ໃນການພົບປະ, ບັນດາຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນຊີ້ນໍາຕາມເນື້ອໃນບົດບັນທຶກຊ່ວຍຈຳລະດູແລ້ງ 2023 - 2024; ເຖິງວ່າຢູ່ໃນເງື່ອນໄຂຂໍ້ມູນກ່ຽວກັບສະຖານທີ່ຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດນັບມື້ນັບຫຍຸ້ງຍາກແຕ່ໃນໄລຍະທີ່ປະຕິບັດໜ້າທີ່ຢູ່ສອງແຂວງ, ກອງ K53 ແຂວງກອນຕູມ ກໍ່ໄດ້ຮັບການຊ່ວຍເຫຼືອທາງດ້ານວັດຖຸ ແລະຈິດໃຈຈາກຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນສອງແຂວງເຊກອງ ແລະຈໍາປາສັກ. ປະຊາຊົນສອງແຂວງໄດ້ສະໜອງຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ພ້ອມທັງເຂົ້າຮ່ວມການປົກປັກຮັກສາ, ພາທາງ ແລະຮັບປະກັນຄວາມປອດໄພໃຫ້ແກ່ກໍາລັງປະຕິບັດໜ້າທີ່ຂອງແຂວງກອນຕູມ ໃຫ້ບັນລຸໄດ້ໝາກຜົນໃດໜຶ່ງ.

leftcenterrightdel
ຄະນະສະເພາະກິດແຂວງກອນຕູມ ລົງນາມໃນບົດບັນທຶກກັບຄະນະປະຕິບັດງານພິເສດແຂວງຈຳປາສັກ.  ພາບ: qdnd.vn

ຄະນະສະເພາະກິດແຂວງກອນຕູມ ແລະຄະນະປະຕິບັດງານພິເສດແຂວງເຊກອງ, ແຂວງຈໍາປາສັກ ໄດ້ເຫັນດີເປັນເອກະພາບວ່າ ປະຈຸບັນນີ້,  ອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຍັງຕົກຄ້າງຢູ່ໃນບໍລິເວນແຂວງເຊກອງ ແລະແຂວງຈຳປາສັກ. ສະນັ້ນ, ໂດຍປະຕິບັດແຜນນະໂຍບາຍຂອງສອງລັດຖະບານຫວຽດນາມ ແລະລາວ, ແຂວງກອນຕູມ ຈຶ່ງສືບຕໍ່ຈັດສົ່ງກອງ K53 ໄປປະຕິບັດໜ້າທີ່ຊອກຫາອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ໃນບໍລິເວນ 2 ແຂວງດັ່ງກ່າວ.

ເພື່ອບັນລຸປະສິດທິຜົນສູງໃນການປະຕິບັດວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄະນະສະເພາະກິດແຂວງກອນຕູມ ແລະຄະນະປະຕິບັດງານພິເສດແຂວງເຊກອງ ແລະຈຳປາສັກ ຕ້ອງປະສານສົມທົບກັນຢ່າງແໜ້ນແຟ້ນ, ຊີ້ນຳ, ຊຸກຍູ້ວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນທຸກຊັ້ນວັນນະຕັ້ງໜ້າສະໜອງຂໍ້ມູນກ່ຽວກັບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບ; ຍົກສູງປະສິດທິຜົນວຽກງານການຊອກຫາ, ທ້ອນໂຮມ ແລະສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນປະເທດ, ພ້ອມດຽວກັນນັ້ນກໍ່ສ້າງທຸກເງື່ອນໄຂເພື່ອຊ່ວຍເຫຼືອ, ຮັກສາຄວາມປອດໄພໃຫ້ກອງຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງຄະນະສະເພາະກິດແຂວງກອນຕູມ ໃນເວລາທີ່ປະຕິບັດໜ້າທີ່.

ໂອກາດນີ້, ຄະນະສະເພາະກິດແຂວງກອນຕູມ ໄດ້ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນແຂວງກອນຕູມ ໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນຂອງສອງແຂວງເຊກອງ ແລະຈຳປາສັກ ທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານສົມທົບກັນປະຕິບັດໜ້າທີ່ລະດູແລ້ງ 2023 - 2024.

ຄາດວ່າ ເວລາຈັດສົ່ງກອງ K53 ໄປປະຕິບັດໜ້າທີ່ແມ່ນແຕ່ວັນທີ 24 ຕຸລາ 2024 ຫາວັນທີ 31 ພຶດສະພາ 2025.

ໂດຍ: ສຸກສະຫວັນ ສຸວັນນະລາດ