ທີ່ກອງປະຊຸມ, ທັງສອງຝ່າຍໄດ້ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ຕາມເນື້ອໃນຂອງບົດບັນທຶກກອງປະຊຸມ ຄັ້ງທີ XXVIII. ຕາມນັ້ນແລ້ວ, ເຖິງວ່າໃນເງື່ອນໄຂທີ່ຂໍ້ມູນກ່ຽວກັບບ່ອນຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດນັບມື້ນັບມີຄວາມຫຍຸ້ງຍາກ, ແຕ່ວ່າວຽກງານຊອກຫາ, ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ລາວ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມງວດ, ມີປະສິດທິຜົນ.

leftcenterrightdel
ສອງຝ່າຍລົງນາມໃນບົດບັນທຶກກອງປະຊຸມ ຕັ້ງທີ XXIX. ພາບ: ມິງເງິນ.

ສອງຝ່າຍໄດ້ຢັ້ງຢືນວ່າ ຄະນະປະຕິບັດງານພິເສດຂອງລັດຖະບານ, ອຳນາດການປົກຄອງທຸກຂັ້ນຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂຄວາມຫຍຸ້ງຍາກໃນການຈັດຕັ້ງ ແລະປະຕິບັດວຽກງານຊອກຫາ, ເຕົ້າໂຮມ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ກັບຄືນປະເທດຢ່າງວ່ອງໄວ ແລະເປັນປົກກະຕິ. ຝ່າຍລາວ ໄດ້ສະໜັບສະໜູນ, ຊ່ວຍເຫຼືອບັນດາກອງເຕົ້າໂຮມຂອງຫວຽດນາມ ໃນທຸກການເຄື່ອນໄຫວເປັນປະຈຳ; ຕັ້ງໜ້າໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນໃນທຸກຊັ້ນຄົນເພື່ອສະໜອງຂໍ້ມູນກ່ຽວກັບບ່ອນຝັງສົບຂອງທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນປາງສົງຄາມ.

ໂດຍໄດ້ຮັບການມອບໝາຍຈາກນາຍົກລັດຖະມົນຕີ, ທ່ານພົນໂທ ຫວໍມິງເລືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໄດ້ມອບເງິນໜູນຊ່ວຍຄ່າໃຊ້ຈ່າຍໃນປີ 2024 ຂອງລັດຖະບານຫວຽດນາມ ໃຫ້ຄະນະປະຕິບັດງານພິເສດລັດຖະບານ ແລະບັນດາທ້ອງຖິ່ນຂອງລາວ.

ດ້ວຍຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະສອງຊາດ ຫວຽດນາມ-ລາວ, ໃນໄລຍະຈະມາເຖິງສອງຝ່າຍເຊື່ອໝັ້ນວ່າ ຄະນະປະຕິບັດງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ-ລາວ ຈະສົມທົບກັນຊີ້ນຳ, ຈັດຕັ້ງປະຕິບັດໜ້າທີ່ຊອກຫາ, ເຕົ້າໂຮມ ແລະສົ່ງອັດຖິຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໃນປາງສົງຄາມ ກັບຄືນປະເທດໃຫ້ບັນລຸປະສິດທິຜົນສູງສຸດ.

ໂດຍ: ຈາງຫງວຽນ