ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ສີວອນ ໄຊຍະວົງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຢືນຢັນວ່າ: ການເສຍສະຫຼະອັນສູງສົ່ງຂອງທະຫານອາສາສະໝັກ, ນັກຊ່ຽວຊານການທະຫານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງຊ່ວຍໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຄວາມເສລີ, ປະເທດລາວ ໄດ້ຮັບການປົດປ່ອຍ ແລະສ້າງສາປະເທດ ສປປ ລາວ.

ຕາງໜ້າລັດຖະບານ ແລະປະຊາຊົນ 6 ແຂວງພາກເໜືອຂອງລາວ, ທ່ານພົນຈັດຕະວາ ສີວອນ ໄຊຍະວົງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ເອົາໃຈໃສ່ ແລະໃຫ້ການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ປະເທດລາວ ໃນຕະຫຼອດໄລຍະຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍ່ຄືໃນກິດຈະການປົກປັກຮັກສາ, ສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ແລະລາວ ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດກັບຄືນສູ່ບ້ານເກີດເມືອງນອນ. ພາບ: vov.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຫງວຽນຮົ່ງຖ໊າຍ, ຫົວໜ້າຄະນະຊີ້ນຳ 515 ທະຫານເຂດ 2 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນນະໂຍບາຍຂອງພັກ ແລະລັດຫວຽດນາມ, ເດືອນມິຖຸນາ ປີ 1994, ກອງຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພືື່ອຊາດ ຂອງທະຫານເຂດ 2 ໄດ້ຮັບການສ້າງຕັ້ງຂຶ້ນເພື່ອປະຕິບັດໜ້າທີ່ຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ 6 ແຂວງພາກເໜືອຂອງລາວ, ຄື: ອຸດົມໄຊ, ໄຊຍະບູລີ, ຫຼວງນ້ຳທາ, ຫຼວງພະບາງ, ບໍ່ແກ້ວ ແລະ ຜົ້ງສາລີ. ມາຮອດປະຈຸບັນ, ທາງກອງທ້ອນໂຮມຊອກຫາ,  ຂຸດຄົ້ນ ແລະທ້ອນໂຮມໄດ້ 1.836 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ   ແລະຈັດພິທີມອບ-ຮັບ ໃຫ້ແກ່ 25 ແຂວງ, ນະຄອນໃນທົ່ວປະເທດຫວຽດນາມ, ໃນນັ້ນມີ 387 ອັດຖິແມ່ນກໍານົດໄດ້ຊື່ ແລະນາມສະກຸນ ແລະບ້ານເກີດ.

ໃນທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມເຄົາລົບນັບຖື, ເຄັ່ງຂຶມ, ບັນດາຄະນະຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ 12 ຄົນ ທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດໜ້າທີ່ສາກົນຢູ່ລາວ. ພາຍຫຼັງພິທີໄວ້ອາໄລ, ພະນັກງານ, ນັກຮົບ, ນັກຮຽນ ແລະປະຊາຊົນແຂວງອຸດົມໄຊ ເປັນຈໍານວນຫຼວງຫຼາຍ ໄດ້ເຕົ້າໂຮມກັນຢູ່ສອງຟາກເສັ້ນທາງເພື່ອສົ່ງອັດຖິທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ 12 ຄົນ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນສູ່ບ້ານເກີດເມືອງນອນ.

ໂດຍ: ທູຈາງ