leftcenterrightdel
ທ່ານພົນຕີ ຈິ້ງດິ່ງແທັກ ຈູດທູບທຽນທີ່ພິທີໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ​​qdnd.vn

ເຂົ້າຮ່ວມພິທີຍັງມີບັນດາສະຫາຍ, ຄື: ທ່ານພົນຕີ ຈິ້ງດິ່ງແທັກ, ເລຂາພັກ, ຫົວໜ້າການເມືອງທະຫານເຂດ 5;  ທ່ານ ເຢືອງວັນຈາງ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກອນຕູມ; ມີຜູ້ແທນແຂວງອັດຕະປື, ແຂວງເຊກອງ, ແຂວງຈໍາປາສັກ ແລະແຂວງ Ratanakiri (ກຳປູເຈຍ)...

ລະດູແລ້ງ ປີ 2023-2024 ດ້ວຍການສົມທົບ ແລະຊ່ວຍເຫຼືອຂອງລັດຖະບານ ແລະປະຊາຊົນ 3 ແຂວງອັດຕະປື, ເຊກອງ, ຈຳປາສັກ (ລາວ) ແລະແຂວງ Ratanakiri (ກຳປູເຈຍ), ກອງ K53 (ກອງບັນຊາການທະຫານແຂວງກອນຕູມ) ທ້ອນໂຮມໄດ້ 16 ອັດຖິຂອງທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະກຳປູເຈຍ. ໃນນັ້ນມີ 8 ອັດຖິແມ່ນໄດ້ທ້ອນໂຮມຢູ່ລາວ ແລະ 8 ອັດຖິໄດ້ທ້ອນໂຮມຢູ່ກໍາປູເຈຍ.

leftcenterrightdel
ທ່ານພົນຕີ ຈິ້ງດິ່ງແທັກ, ທ່ານ ເຢືອງວັນຈາງ ແລະບັນດາຜູ້ແທນເຄື່ອນຍ້າຍອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໄປສຸສານ. ພາບ: ​​qdnd.vn

ໃນຈຳນວນ 16 ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ກອງ K53 ໄດ້ທ້ອນໂຮມມາໄດ້, ມີ 1 ອັດຖິ ມີຊື່ ແລະນາມສະກຸນ, ບ້ານເກີດ. ນັ້ນແມ່ນນັກຮົບ ດ່ວານແທ່ງລອງ, ເກີດປີ 1926, ບ້ານເກີດຕາແສງດ້ຽນກວາງ, ເມືອງ ດ້ຽນບ່ານ, ແຂວງກວາງນາມ, ກົມກອງ BT 8-ກອງ 559, ໄດ້ເສຍສະຫຼະຊີວິດໃນວັນທີ 27 ມີນາ 1968 ຢູ່ບ້ານສົມປອຍ, ເມືອງສະໜາມໄຊ, ແຂວງອັດຕະປື, ລາວ. ຄະນະສະເພາະກິດແຂວງກອນຕູມ ໄດ້ມອບອັດຖິຂອງນັກຮົບດ່ວານແທ່ງລອງ ໃຫ້ຄອບຄົວ ແລະອຳນາດການປົກຄອງທ້ອງຖິ່ນເພື່ອນຳໄປຈັດຕັ້ງພິທີໄວ້ອາໄລ ແລະປົງຢູ່ບ້ານເກີດເມືອງນອນຂອງນັກຮົບ.

ໂດຍ: ໄຊນີດາ