ໃນສໍາເນົານັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍພະແນກນະໂຍບາຍ, ຫ້ອງການເມືອງ, ກອງພົນ 316, ທະຫານເຂດ 2 ສະໜອງໃຫ້ໄດ້ລະບຸວ່າ ສົບຂອງສະຫາຍໄດ້ຝັງຢູ່ທ່າບັກ ສົບເປົາ, ເມືອງຊຳເໜືອ (ປະເທດລາວ).

ໃນວິວັດການຊອກຫາ, ເພື່ອນຮ່ວມກົມກອງຂອງສະຫາຍ ເຈີ່ນກວາງຫງວຽນ ໄດ້ເລົ່າສູ່ຟັງວ່າ: ເມື່ອລູກລະເບີດແຕກ, ສະຫາຍ ເຈິ່ນກວາງຫງວຽນ ແລະສະຫາຍ ເລຫງອກຮວີ່ງ ໄດ້ເສຍສະຫຼະຊີວິດ, ສົບບໍ່ຄົບຖ້ວນອີກແລ້ວ. ເພື່ອນຮ່ວມກົມກອງ ໄດ້ຊອກຫາ ແລະປົງໄວ້ຢູ່ເຂດໂນນພູເບື້ອງຊ້າຍຂອງທ່າບັກ ສົບເປົາ. ຫຼັງຈາກນັ້ນ, ທາງກົມກອງ ໄດ້ນຳເອົາອັດຖິສອງສະຫາຍ ມາປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ທາງເລກ 83. ໂດຍໄດ້ຮູ້ວ່າ, ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທັງໝົົດຢູ່ທີ່ນີ້ ໄດ້ມອບໃຫ້ຄະນະກຳມະການປະຊາຊົນເມືອງມົກເຈົາ (ແຂວງເຊີນລາ) ເພື່ອຈັດສົ່ງອັດຖິໄປປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທ້ອງຖິ່ນ.

ໂດຍ: ທູຈາງ