ຢູ່ທີ່ນີ້, ສອງສະຫາຍລັດຖະມົນຕີ ໄດ້ຢ້ຽມຊົມສີລາຈາລຶກ ແລະຢູ່ເທິງສີລາຈາລຶກຄວັດສອງພາສາ ຈີນ - ຫວຽດນາມ: “ຈຸດເລີ່ມຕົ້ນຂອງເສັ້ນທາງ ໂຮ່ຈິມິນ ບົນທະເລ”. ເດືອນ ມີນາ 1968, ໂດຍສູນກາງພັກກອມມູນິດ ຈີນ ໄດ້ໃຫ້ສັດຕະຍາບັນ, ຝາງແຈງ ໄດ້ລົງມືກໍ່ສ້າງທ່າເຮືອ ເພື່ອຮັບປະກັນການສູ້ຮົບ, ມີຊື່ລະຫັດ “ກິດຈະການກວາງຊີ 322”, ເປີດເສັ້ນທາງຂົນສົ່ງທາງທະເລລັບ ທີ່ມີລວງຍາວ 35 ໄມທະເລ, ເພື່ອທຳລາຍການປິດລ້ອມທາງທະເລຂອງກອງທັບອາເມລິກາ ຕໍ່ກັບຫວຽດນາມ, ໜູນຊ່ວຍ ຫວຽດນາມ ຕໍ່ສູ້ກູ້ຊາດ, ຕ້ານອາເມລິກາ.

ໃນໄລຍະ 1972 - 1973, ເສັ້ນທາງຂົນສົ່ງນີ້ ໄດ້ຂົນສົ່ງວັດຖຸອຸປະກອນຈໍານວນ 161.800 ໂຕນ ຊ່ວຍເຫຼືອໃຫ້ແກ່ການປະຕິວັດຫວຽດນາມ ດ້ວຍກໍາປັ່ນ ແລະເຮືອ ຈຳນວນ 1.000 ກວ່າຖ້ຽວ. ນີ້ໄດ້ຮັບຖືວ່າແມ່ນເສັ້ນທາງບົນທະເລ ທີ່ມີຄວາມສຳຄັນໃນການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດຂອງຫວຽດນາມ ແລະຝ່າຍຫວຽດນາມ ເອີ້ນວ່າ “ເສັ້ນທາງໂຮ່ຈິມິນ ບົນທະເລ”.

leftcenterrightdel
 

leftcenterrightdel
 
leftcenterrightdel
ສອງສະຫາຍລັດຖະມົນຕີ ຖ່າຍຮູບຢູ່ຂ້າງສີລາຈາລຶກ. ພາບ: qdnd.vn
leftcenterrightdel
ຢ້ຽມຊົມຝາຜະໜັງວາງສະແດງເນື້ອໃນທີ່ກ່ຽວຂ້ອງເຖິງຈຸດເລີ່ມຕົ້ນຂອງເສັ້ນທາງໂຮ່ຈິມິນ ບົນທະເລ. ພາບ: qdnd.vn
leftcenterrightdel
 
leftcenterrightdel
 

leftcenterrightdel
 

ໂດຍ: ແສງເດືອນ