ເຂົ້າຮ່ວມເຫດການມີຜູ້ຕາງໜ້າການນໍາຄະນະປະຕິບັດງານພິເສດຂອງລັດຖະບານລາວ; ຜູ້ຕາງໜ້າການນໍາແຂວງອັດຕະປື; ຜູ້ຕາງໜ້າຄະນະຊີ້ນໍາ 515 ແຂວງກອນຕູມ; ຜູ້ຕາງໜ້າຄະນະປະຕິບັດງານພິເສດແຂວງຈໍາປາສັກ, ເຊກອງ ແລະອັດຕະປື.

ໃນຈຳນວນ 8 ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ກັບຄືນຫວຽດນາມ, ມີ 6 ອັດຖິແມ່ນຊອກເຫັນຢູ່ແຂວງອັດຕະປື, 2 ອັດຖິຊອກໄດ້ຢູ່ແຂວງຈໍາປາສັກ, ພິເສດມີ 1 ອັດຖິໄດ້ກໍານົດຊື່ ແລະນາມສະກຸນແມ່ນນັກຮົບ ດວ່ານແທັງລອງ (ບ້ານເກີດຢູ່ເມືອງດ້ຽນບ່ານ, ແຂວງກວາງນາມ).

leftcenterrightdel
ພິທີສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນບ້ານເກີດເມືອງນອນ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີມອບ-ຮັບ, ບັນດາຜູ້ແທນໄດ້ເຄົາລົບ, ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອພັນທະສາກົນອັນສູງສົ່ງ. ພາຍຫຼັງພິທີເຊັນມອບ-ຮັບ 8 ອັດຖິນັກຮົບເສຍສະຫຼະຊິວິດເພື່ອຊາດລະຫວ່າງຄະນະຊີ້ນໍາ 515 ແຂວງກອນຕູມ ແລະຄະນະປະຕິບັດງານແຂວງອັດຕະປື, ຄະນະຊີ້ນໍາ 515 ແຂວງກອນຕູມ ໄດ້ສົ່ງ 8 ອັດຖິກັບຄືນປະເທດເພື່ອຈັດພິທີໄວ້ອາໄລ ແລະປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງກອນຕູມ.

ການເຄື່ອນໄຫວຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສັກສິດສະແດງໃຫ້ເຫັນມູນເຊື້ອ, ຄວາມຮູ້ບຸນຄຸນ, ຄວາມເຄົາລົບນັບຖື ແລະຈົດຈໍາຄຸນງານຄວາມດີອັນໃຫຍ່ຫຼວງຂອງວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ປະກອບສ່ວນສຶກສາມູນເຊື້ອປະຕິວັດ, ຈິດໃຈຮັກຊາດໃຫ້ປະຊາຊົນສອງປະເທດຫວຽດນາມ-ລາວ.

ໂດຍ: ໄຊນີດາ