ຈາກໝູ່ບ້ານທີ່ຢູ່ຫ່າງໄກສອກຫຼີກທາງພາກເໜືອຂອງລາວ ຈົນເຖິງໝູ່ບ້ານທີ່ຢູ່ລຽບຕາມເຂດຊາຍແດນຫວຽດນາມ-ກຳປູເຈຍ, ພາບພົດຂອງທະຫານຊາຍແດນຫວຽດນາມ ໄດ້ກາຍເປັນຄວາມລື້ງເຄີຍ ແລະໃກ້ຊິດສະໜິດສະໜົມ; ເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງອໍານາດການປົກຄອງ ແລະປະຊາຊົນປະເທດເພື່ອນມິດໃນການສ້າງຊີວິດເປັນປົກກະຕິ, ພັດທະນາເສດຖະກິດ-ສັງຄົມ ແລະກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພ້ອມກັນພັດທະນາ.

ການກະທຳທີ່ມິດງຽບ ເພື່ອເຊື່ອມຕໍ່ຂົວແຫ່ງຄວາມເມດຕາ

ໃນຊຸມປີມໍ່ໆມານີ້, ພິເສດແມ່ນໃນປີ 2025, ວຽກງານການທູດປ້ອງກັນຊາຍແດນຕິດພັນກັບວຽກງານຂົນຂວາຍປະຊາຊົນ, ຮັບປະກັນຊີວິດສັງຄົມ ໂດຍທະຫານຊາຍແດນ ສືບຕໍ່ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນມິດຕະພາບລະຫວ່າງ ຫວຽດນາມ-ລາວ-ກໍາປູເຈຍ. ການເຄື່ອນໄຫວທີ່ກ່າວມານັ້ນ, ທະຫານຊາຍແດນ ໄດ້ສືບຕໍ່ຜັນຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ຖືກຕາມເນື້ອໃນຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”.

ຢູ່ຕາມແຂວງຊາຍແດນທີ່ຕິດຈອດກັບລາວ, ຄື: ດ້ຽນບຽນ, ກວາງຈິ, ຢາລາຍ, ແຕ່ລະຄັ້ງທີ່ພະນັກງານ, ແພດທະຫານຊາຍແດນຫວຽດນາມ ໄປໜູນຊ່ວຍປະຊາຊົນປະເທດເພື່ອນ ລ້ວນແຕ່ສ້າງຂີດໝາຍຍາກທີ່ຈະລືມໄດ້. ມີບາງບ້ານທີ່ຕັ້ງຢູ່ຫ່າງໄກຈາກໃຈກາງຕົວເມືອງນັບສິບກິໂລແມັດ, ການສັນຈອນຫຍຸ້ງຍາກ ແລະການເຂົ້າເຖິງການບໍລິການທາງການແພດຂອງປະຊາຊົນກໍ່ມີຄວາມຈໍາກັດ. ການມີໜ້າຂອງແພດທະຫານຊາຍແດນ ບໍ່ພຽງແຕ່ຊ່ວຍໃຫ້ປະຊາຊົນ ໄດ້ຮັບການປິ່ນປົວເທົ່ານັ້ນ, ຫາກຍັງນໍາມາເຊິ່ງຄວາມເຊື່ອໝັ້ນ, ຄວາມອຸ່ນອ່ຽນໃຈໃນການດຳລົງຊີວິດປະຈໍາວັນຂອງເຂົາເຈົ້າ.

leftcenterrightdel
ພະນັກງານ ກອງຮ້ອຍທະຫານຊາຍແດນ 252, ກອງບັນຊາການທະຫານແຂວງບໍລິຄໍາໄຊ ຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນດ່ານຊາຍແດນແທັງຖຸຍ, ກອງບັນຊາການທະຫານຊາຍແດນແຂວງເງະອານ. ພາບ: bienphong.com.vn

ທ່ານ ຄໍາພອນ, ຢູ່ເມືອງຊານໄຊ (ແຂວງອັດຕະປື, ລາວ) ແບ່ງປັນກັບນັກຂ່າວວ່າ: “ທະຫານຊາຍແດນຫວຽດນາມ  ໄດ້ມາຊ່ວຍເຫຼືອຊາວບ້ານບໍ່ພຽງແຕ່ຄັ້ງດຽວ. ພໍ່ແມ່ປະຊາຊົນໃນບ້ານຖືພວກອາວທະຫານຄືສະມາຊິກໃນຄອບຄົວ. ເມື່ອມີພະຍາດກໍ່ໄດ້ຮັບການປິ່ນປົວ, ເມື່ອປະສົບກັບຄວາມຫຍຸ້ງຍາກກໍ່ໄດ້ຮັບການຊ່ວຍເຫຼືອ”.

ບໍ່ພຽງແຕ່ຢຸດຢູ່ໃນການສົ່ງເສີມສຸຂະພາບເທົ່ານັ້ນ, ແຕ່ທະຫານຊາຍແດນຫວຽດນາມ ຍັງໄດ້ຮ່ວມເດີນທາງພ້ອມກັບປະຊາຊົນຂອງປະເທດເພື່ອນ ເພື່ອປັບປຸງເງື່ອນໄຂໃນການດຳລົງຊີວິດໃຫ້ດີຂຶ້ນ. ເຮືອນແຫ່ງນໍ້າໃຈມິດຕະພາບຫຼາຍຫຼັງ ໄດ້ຮັບການກໍ່ສ້າງ ເພື່ອມອບໃຫ້ຄອບຄົວທຸກຍາກຢູ່ແຂວງຈໍາປາສັກ (ລາວ), ແຂວງ Svay Rieng, Takeo, Kandal (ກໍາປູເຈຍ). ນີ້ບໍ່ພຽງແຕ່ແມ່ນໂຄງການຮັບປະກັນການດຳລົງຊີວິດໃຫ້ແກ່ປະຊາຊົນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງການແບ່ງປັນ ແລະນໍ້າໃຈ, ອາລົມຈິດອັນແໜ້ນແຟ້ນລະຫວ່າງປະຊາຊົນທີ່ດໍາລົງຊີວິດຢູ່ຕາມເສັ້ນຊາຍແດນດຽວກັນ.

ທ່ານນາງ ທິຣຽງ, ຊາວຕາແສງ  Svay Chrum (ກໍາປູເຈຍ), ສະແດງຄວາມສະເທື່ອນໃຈໃນມື້ຮັບເຮືອນຫຼັງໃໝ່ວ່າ: “ກ່ອນໜ້ານີ້, ໃນລະດູຝົນ ຄອບຄົວຂ້າພະເຈົ້າຕ້ອງເປັນຫ່ວງເລື່ອງນໍ້າຮົ່ວ ແລະເຮືອນຈະພັງລົງ. ປະຈຸບັນ, ດ້ວຍການຊ່ວຍເຫຼືອຂອງທະຫານຊາຍແດນຫວຽດນາມ ເພື່ອກໍ່ສ້າງເຮືອນຫຼັງໃໝ່ ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈເຮັດວຽກ ແລະລ້ຽງດູລູກຫຼານໃຫ້ໄດ້ຮໍ່າຮຽນ”. ສຳລັບປະຊາຊົນຢູ່ທີ່ນີ້, ເຮືອນບໍ່ພຽງແມ່ນບ່ອນຊົ້ນແດດ, ຊົ້ນຝົນເທົ່ານັ້ນ, ຫາກຍັງແມ່ນບ່ອນອີງທາງດ້ານຈິດໃຈ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບຍືນຍົງຍາວນານລະຫວ່າງສອງຊາດອີກດ້ວຍ.

ປູກຝັງຄວາມຮູ້, ຍົກລະດັບການສຶກສາ ເພື່ອອະນາຄົດອັນສົດໃສຢູ່ເຂດຊາຍແດນຂອງປະເທດ

ການເບິ່ງແຍງດູແລຊີວິດການເປັນຢູ່ແມ່ນມາດຕະການແກ້ໄຂໃນສະເພາະໜ້ານັ້ນ, ການລົງທຶນດ້ານການສຶກສາແມ່ນວິທີການທີ່ທະຫານຊາຍແດນ ເພີ່ມພູນຄູນສ້າງໃຫ້ແກ່ອະນາຄົດຍາວນານຢູ່ເຂດຊາຍແດນ. ໂດຍຮັບຮູ້ສິ່ງດັ່ງກ່າວ, ໃນຫຼາຍປີຜ່ານມານີ້, ບັນດາກົມກອງຂອງທະຫານຊາຍແດນ ໄດ້ຢຶດໝັ້ນຜັນຂະຫຍາຍບັນດາໂຄງການໜູນຊ່ວຍນັກສຶກສາລາວ ແລະກຳປູເຈຍ, ຖືນີ້ແມ່ນໜ້າທີ່ການເມືອງທັງແມ່ນຄວາມຮັບຜິດຊອບຈາກຫົວໃຈຂອງຜູ້ເປັນທະຫານ.

ໃນຊຸມປີຜ່ານມາ, ຜ່ານບັນດາລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ແລະຫວຽດນາມ-ລາວ, ໄດ້ມອບທຶນສຶກສານັບຮ້ອຍທຶນໃຫ້ແກ່ນັກສຶກສາທຸກຍາກແຕ່ຮຽນເກັ່ງຢູ່ສອງຟາກຊາຍແດນ. ນ້ອງ Sokha, ນັກຮຽນຢູ່ໂຮງຮຽນປະຖົມສຶກສາ Bavet (ກໍາປູເຈຍ), ມີຄວາມສ່ຽງຈະປະລະການຮຽນຍ້ອນຄອບຄົວປະສົບກັບຄວາມທຸກຍາກຫຼາຍ. ຍ້ອນໄດ້ຮັບການໜູນຊ່ວຍທຶນສຶກສາ ແລະອຸປະກອນການຮຽນ, ນ້ອງຈຶ່ງສາມາດສືບຕໍ່ໄປໂຮງຮຽນ. ນ້ອງ  Sokha ແບ່ງປັນວ່າ: “ນ້ອງຂອບໃຈພວກອາວທະຫານຊາຍແດນຫວຽດນາມ ຫຼາຍໆ. ນ້ອງຢາກຮຽນເກັ່ງ ເພື່ອພາຍພາກໜ້າຈະຊ່ວຍເຫຼືອຄອບຄົວ ແລະຊາວບ້ານ”. ຄວາມໃຝ່ຝັນທີ່ລຽບງ່າຍນັ້ນຍັງແມ່ນຄວາມມຸ່ງມາດປາດຖະໜາລວມ ຂອງບັນດານັກຮົບຢູ່ເຂດຊາຍແດນ, ຄື: ປູກຝັງຄວາມຮູ້ເພື່ອຮັກສາຄວາມເຊື່ອໝັ້ນ, ຮັກສາສະຖຽນລະພາບອັນຍາວນານຢູ່ເຂດຊາຍແດນ.

leftcenterrightdel
ພະນັກງານ, ທະຫານຊາຍແດນແຂວງກວາງຈິ ມອບຂອງຂວັນໃຫ້ແກ່ປະຊາຊົນລາວ. ພາບ: bienphong.com.vn

ນອກຈາກການມອບທຶນສຶກສາ ແລ້ວ, ການໜູນຊ່ວຍກໍ່ສ້າງ ແລະສ້ອມແປງໂຮງຮຽນ, ຫ້ອງຮຽນບາງແຫ່ງຢູ່ບໍລິເວນເຂດຊາຍແດນຂອງລາວ ແລະກຳປູເຈຍ ກໍ່ໄດ້ຮັບການຜັນຂະຫຍາຍໃນຫຼາຍປີຜ່ານມາ. ບັນດາໂຮງຮຽນທີ່ກວ້າງຂວາງ, ສວຍງາມໄດ້ຮັບການກໍ່ສ້າງຂຶ້ນຢູ່ໃນບັນດາໝູ່ບ້ານ, ບໍ່ພຽງແຕ່ມີຄວາມໝາຍດ້ານການສຶກສາເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານທີ່ສະແດງໃຫ້ເຫັນນໍ້າໃຈສາມັກຄີ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງບັນດາທ້ອງຖິ່ນທີ່ຢູ່ສອງຟາກຊາຍແດນ.

ຈາກນໍ້າໃຈຄວາມຮັກແພງຂອງປະຊາຊົນ ຈົນເຖິງການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ

ອາດເວົ້າໄດ້ວ່າ ທຸກໆການກະທຳຂອງທະຫານຊາຍແດນຢູ່ເຂດຊາຍແດນ ລ້ວນແຕ່ມີຄຸນຄ່າ “ສອງເທົ່າ”, ຄື: ທັງຊ່ວຍໃຫ້ປະຊາຊົນມີຊີວິດທີ່ມີສະຖຽນລະພາບ, ທັງສ້າງສະພາບແວດລ້ອມທີ່ສັນຕິສຸກ, ໄວ້ເນື້ອເຊື່ອໃຈເພື່ອປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ. ຍ້ອນຄວາມສະໜິດຕິດພັນກັບປະຊາຊົນຢູ່ສອງຟາກຊາຍແດນ ຈຶ່ງໄດ້ຊ່ວຍໃຫ້ທະຫານຊາຍແດນຫວຽດນາມ ແລະກຳລັງປ້ອງກັນຊາຍແດນຂອງລາວ ແລະກຳປູເຈຍ ສ້າງກົນໄກປະສານສົມທົບຢ່າງມີປະສິດທິຜົນ, ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ. ບັນດາລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຢູ່ເຂດຊາຍແດນ, ລາຍການພົບປະແລກປ່ຽນນາຍທະຫານໜຸ່ມ, ການແຮກສ່ຽວກຸ່ມຊຸມຊົນທີ່ຢູ່ສອງຟາກຊາຍແດນ ໄດ້ຮັບການຈັດຕັ້ງຢ່າງເປັນປະຈຳ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດຂຶ້ນຕື່ມ.

ຜ່ານການເຄື່ອນໄຫວທີ່ລະອຽດ, ແທດຈິງ ແລະເຕັມໄປດ້ວຍມະນຸດສະທຳ, ທະຫານຊາຍແດນຫວຽດນາມ ໄດ້, ກຳລັງ ແລະຈະສືບຕໍ່ແມ່ນກຳລັງນຳໜ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ເຂດຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ.

ໂດຍ: ທູຈາງ