ນີ້ແມ່ນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໂດຍກອງທ້ອນໂຮມ (ກອງບັນຊາການທະຫານແຂວງເງະອານ) ຊອກຫາ, ຂຸດຄົ້ນຢູ່ແຂວງໄຊສົມບູນ,  ຊຽງຂວາງ,  ວຽງຈັນ ໃນລະດູແລ້ງ 2023-2024.

leftcenterrightdel
ສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ມາປົງໄວ້ຢູ່ສຸສານ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີ, ທ່ານ ບຸ່ຍດີ່ງລອງ ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ, ຫົວໜ້າຄະນະປະຕິບັດງານພິເສດແຂວງເງະອານ ຢັ້ງຢືນວ່າ ພັກ, ລັດ, ປະຊາຊົນ ແລະກອງທັບຫວຽດນາມ ເອກອ້າງທະນົງໃຈທີ່ສຸດຕໍ່ການເສຍສະຫຼະຊີວິດຂອງບັນດາວິລະຊົນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ, ອັນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດສອງປະເທດ, ເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະປະຫວັດສາດອັນສະຫງ່າອົງອາດຂອງປະຊາຊົນສອງປະເທດຫວຽດນາມ-ລາວ.

ທີ່ພິທີ, ຕາງໜ້າຄະນະປະຕິບັດງານແຂວງຊຽງຂວາງ, ວຽງຈັນ ແລະໄຊສົມບູນ (ລາວ), ທ່ານພົນຕີ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານແຂວງໄຊສົມບູນ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃຫ້ພາລະກິດປົດປ່ອຍປະເທດລາວ ແລະຢັ້ງຢືນວ່າສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ລາວ ຈະນັບມື້ນັບພັດທະນາກວ່າ.

leftcenterrightdel
 ປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ພິທີໄວ້ອາໄລ, ໃນບັນຍາກາດທີ່ເຄັ່ງຂຶມ, ບັນດາຜູ້ແທນພ້ອມດ້ວຍພະນັກງານ, ປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ຖະຫວາຍທູບທຽນ, ດອກໄມ້; ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບເສຍສະຫຼະຊີວິດເພື່ອຊາດ; ຈັດພິທີປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 87 ອັດຖິ ຕາມພິທີການກອງທັບຢູ່ສຸສານ.

ໂດຍ: ເຈິ່ນຮວ່ຽນ