ໃນການເດີນທາງໄປຊອກຫາເພື່ອນຮ່ວມກົມກອງ, ພວກອ້າຍ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫຼືອຈາກຄະນະພັກ, ກໍານາດການປົກຄອງ, ກໍາລັງປະກອບອາວຸດ, ບັນດາອົງການຈັດຕັ້ງມະຫາຊົນ ແລະປະຊາຊົນລາວ. ມາຮອດປະຈຸບັນ, ກອງຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຂອງທະຫານເຂດ 4 ສາມາດຊອກຫາ, ທ້ອນໂຮມ ແລະຈັດພິທີຮັບ - ສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດ ເພື່ອຊາດຢູ່ລາວ ກັບຄືນບ້ານເກີດເມືອງນອນໄດ້ກວ່າ 25.400 ອັດຖິ.

leftcenterrightdel
ປະຊາຊົນບ້ານບົວລະພາ, ເມືອງຄົງເຊໂດນ, ແຂວງສາລະວັນ (ລາວ) ນຳທາງໃຫ້ກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນ-ເຫວ້ ໄປຊອກຫາອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດ. ພາບ: ຮຸຍເກື່ອງ
leftcenterrightdel
ກໍາລັງປະກອບອາວຸດຂອງລາວ ປົກປ້ອງພະນັກງານ, ພາລະກອນຂອງກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນ-ເຫວ້ ໄປຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ບ້ານບົວລະພາ, ເມືອງຄົງເຊໂດນ, ແຂວງສາລະວັນ. ພາບ: ຮຸຍເກື່ອງ
leftcenterrightdel
ພະນັກງານ, ພາລະກອນກອງທ້ອນໂຮມ 589, ກອງບັນຊາການທະຫານແຂວງກວາງບິ່ງ ຂຸດເອົາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຊອກເຫັນຢູ່ຖ້ຳໝູ, ບ້ານຜານາງ, ເມືອງມະຫາໄຊ, ແຂວງຄຳມ່ວນ, ປະເທດລາວ. ພາບ: ຮຸຍເກື່ອງ
leftcenterrightdel
ຈັດຕັ້ງພິທີປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນດົ່ງເຕິມ, ເມືອງບ໊າເທືອກ, ແຂວງແທັງຮວ໊າ. ພາບ: ຮຸຍເກື່ອງ
leftcenterrightdel
ຄະນະປະຕິບັດງານກົມນະໂຍບາຍ (ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ) ພ້ອມດ້ວຍພະນັກງານກອງທັບປະຊາຊົນລາວ ຈູດທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນດົ່ງເຕິມ, ເມືອງບ໊າເທືອກ, ແຂວງແທັງຮວ໊າ. ພາບ: ຮຸຍເກື່ອງ

ໂດຍ: ທູຈາງ