ໃນຕະຫຼອດ 25 ປີຜ່ານມາ, ນັບແຕ່ປີ 1998 ມາຮອດປະຈຸບັນ, ໂດຍປະຕິບັດຕາມການຊີ້ນຳຂອງຄະນະປະຕິບັດງານພິເສດຂອງລັດຖະບານ, ຄະນະຊີ້ນຳແຫ່ງຊາດ 515, ກອງບັນຊາການທະຫານເຂດ 4, ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຂອງບັນດາເຜົ່າຢູ່ແຂວງຫົວພັນ, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂອງກອງບັນຊາການທະຫານແຂວງແທງຮ໊ວາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກຈົນນັບບໍ່ຖ້ວນ, ຂ້າມຜ່ານພູຜາປ່າໄມ້ ແລະຫ້ວຍຮ່ອງ, ແມ່ນ້ຳລຳເຊ ເພື່ອເຂົ້າໄປຮອດເຂດສູ້ຮົບຢ່າງດຸເດືອດໃນສະໄໝຕໍ່ສູ້ຢູ່ ສປປ ລາວ ເພື່ອເກັບກຳຂໍ້ມູນ, ຊອກຫາ ແລະຂຸດຄົ້ນເອົາອັດຖິຂອງບັນດານັກຮົບທີ່ເສຍສະຫຼະຊີວິດໃນພາລະກິດປະຕິວັດອັນສະຫງ່າລາສີ ແລະນຳເອົາກັບຄືນມາປົງໄວ້ຢູ່ບ້ານເກີດເມືອງນອນຫວຽດນາມ ຢ່າງປອດໄພ.

leftcenterrightdel
ຄະນະຜູ້ແທນຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ແຂວງແທງຮ໊ວາ ວາງພວງມາລາໄວ້ອາໄລນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: ແຄງຈິ່ງ.

ໃນລະດູແລ້ງ 2022-2023, ກອງທ້ອນໂຮມ ຂອງກອງບັນຊາການທະຫານແຂວງແທງຮ໊ວາ ໄດ້ເປັນເຈົ້າການຜ່ານຜ່າທຸກຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຂອງແຂວງຫົວພັນ (ລາວ) ເພື່ອດຳເນີນການຊອກຫາ, ສາມາດຂຸດຄົ້ນໄດ້ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 16 ອັດຖິ ແລະນໍາເອົາກັບມາປົງໄວ້ຢູ່ບ້ານເກີດເມືອງນອນຫວຽດນາມ.

ທີ່ພິທີ, ບັນດາຜູ້ແທນ ພ້ອມກັບປະຊາຊົນທ້ອງຖິ່ນທຸກຊັ້ນຄົນ ໄດ້ຖະຫວາຍດອກໄມ້, ທູບທຽນ, ໄວ້ອາໄລບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ຂໍສະແດງຄວາມຮູ້ບຸນຄຸນມາຍັງຍາດຕິພີ່ນ້ອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຄອບຄົວທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະລູກຫຼານທີ່ດີເດັ່ນຂອງປະເທດຊາດທີ່ໄດ້ອຸທິດຊີວິດໄວໜຸ່ມຂອງຕົນເພື່ອເອກະລາດ, ອິດສະລະພາບຂອງສອງປະເທດ ຫວຽດນາມ - ລາວ.

ໂດຍ: ຈາງຫງວຽນ