leftcenterrightdel
ສະຫາຍ ເຢືອງວັນເຫວ້, ຮອງຫົວໜ້າພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ຮອງຫົວໜ້າຄະນະຊີ້ນຳ 515 ແຂວງແທັງຮວ໊າ ແລະສະຫາຍພັນເອກ ພັນສີ ຊ່ອນມີໄຊ, ຫົວໜ້າການເມືອງ, ກອງບັນຊາການທະຫານແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຫົວພັນ ເປັນປະທານກອງປະຊຸມ. ພາບ: baothanhhoa.vn

ກ່ຽວກັບທິດທາງສົມທົບກັນຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2023-2024, ຄະນະຊີ້ນໍາ 515 ແຂວງແທັງຮວ໊າ ແລະຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ເຫັນດີເປັນເອກະພາບ: ສືບຕໍ່ສົມທົບກັນ, ຊີ້ນຳວຽກງານສຳຫຼວດ, ຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ແຂວງຫົວພັນ (ລາວ) ກັບຄືນປະເທດ... ແລກປ່ຽນ, ຖອດຖອນບົດຮຽນ, ສຸມໃສ່ຊີ້ນຳຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນເປັນປະຈໍາ, ເພີ່ມທະວີການສົມທົບກັນກວດກາ, ຕີລາຄາໝາກຜົນ, ຍ້ອງຍໍຊົມເຊີຍບັນດາອົງການຈັດຕັ້ງ, ບຸກຄົນຂອງແຕ່ລະຝ່າຍທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່.

leftcenterrightdel
ຄະນະປະຕິບັດງານພິເສດແຂວງຫົວພັນ ມອບໃບຍ້ອງຍໍໃຫ້ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານທ້ອນໂຮມລະດູແລ້ງ 2022-2023. ພາບ: baothanhhoa.vn

ກ່າວຄຳເຫັນທີ່ກອງປະຊຸມ, ສະຫາຍ ເຢືອງວັນເຫວ້, ຮອງຫົວໜ້າພະແນກແຮງງານ, ທະຫານເສຍອົງຄະ ແລະສັງຄົມ, ຮອງຫົວໜ້າຄະນະຊີ້ນຳ 515 ແຂວງແທັງຮວ໊າ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າແຂວງຫົວພັນ, ເປັນຕົ້ນແມ່ນຄະນະປະຕິບັດງານພິເສດແຂວງຫົວພັນທີ່ໄດ້ຊ່ວຍເຫຼືອຢ່າງສຸດອົກສຸດໃຈ ເພື່ອໃຫ້ຄະນະຊີ້ນໍາ 515  ແຂວງ, ກອງທ້ອນໂຮມ ຂຶ້ນກັບກອງບັນຊາການທະຫານແຂວງແທັງຮວ໊າ ຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນລະດູແລ້ງ 2023-2024 ໄດ້ 16 ອັດຖິ ກັບຄືນປະເທດ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານພິເສດແຂວງຫົວພັນ ໄດ້ມອບໃບຍ້ອງຍໍໃຫ້ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານທ້ອນໂຮມລະດູແລ້ງ 2022-2023.

ໂດຍ: ເຈິ່ນຮວ່ຽນ