leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ

ວັນທີ 17 ພຶດສະພາ, ຢູ່ແຂວງສາລະວັນ (ພາກໃຕ້ລາວ), ໄດ້ດຳເນີນພິທີສົ່ງອັດຖິນັກຮົບ, ນັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສອງແຂວງສາລະວັນ ແລະເຊກອງ ໃນປາງສົງຄາມກັບຄືນເມືອຫວຽດນາມ. ນະທີ່ນີ້, ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບຜູ້ທີ່ເສຍສະຫຼະຊີວິດຢ່າງອົງອາດກ້າຫານເພື່ອພັນທະສາກົນອັນສູງສົ່ງ. ພາຍຫຼັງພິທີ, ອັດຖິນັກຮົບເສຍສະຫຼະຊີວິດ 16 ອັດຖິໂດຍກອງບັນຊາການທະຫານແຂວງ ເທື່ອທຽນເຫວ້ ສົ່ງກັບເມືອປະເທດເພື່ອຈັດພິທີໄຫວ້ອາໄລ ແລະບົ່ງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງເທື່ອທຽນເຫວ້.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ