ສົ່ງອັດຖິນັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ
ກປ.ອອນໄລ - ໃນລະຫວ່າງວັນທີ 16-17 ພຶດສະພາ, ຢູ່ແຂວງຊຽງຂວາງ, ພາກເໜືອຂອງລາວ ໄດ້ດໍາເນີນພິທີມອບ-ຮັບ, ພິທີສວດມົນພາວະນາ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ 3 ແຂວງວຽງຈັນ, ໄຊສົມບູນ ແລະຊຽງຂວາງ ຂອງລາວ 96 ຊຸດ ກັບຄືນສູ່ຖິ່ນຖານບ້ານເກີດເມືອງນອນຫວຽດນາມ.
ນີ້ແມ່ນບັນດາອັດຖິນັກຮົບທີ່ກອງທ້ອນໂຮມ-ກອງບັນຊາການທະຫານແຂວງເງະອານ ຊອກຄົ້ນ ແລະທ້ອນໂຮມໄດ້ໃນລະດູແລ້ງ 2022-2023. ໃນລະດູແລ້ງ 2022-2023, ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງເງະອານ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ສາມາດຊອກຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ 96 ຊຸດ ທີ່ເສຍສະຫຼະຊີວິດຢູ່ 3 ແຂວງ.
    |
 |
ການນຳບັນດາອົງການເຈົ້າໜ້າທີ່ ແລະບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງສອງປະເທດຖະຫວາຍທູບທຽນ, ດອກໄມ້ທີ່ພິທີສວດມົນພາວະນາໃຫ້ນັກຮົບເສຍສະຫຼະຊີວິດໃນຕອນບ່າຍວັນທີ 16 ພຶດສະພາ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ພິທີສວດມົນພາວະນາໃນຕອນບ່າຍວັນທີ 16 ພຶດສະພາ, ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຊຽງຂວາງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໄດ້ອຸທິດທັງຊີວິດຂອງຕົນ ເພື່ອພາລະກິດປະຕິວັດຂອງລາວ ເວົ້າສະເພາະ ແລະເພື່ອການປະຕິວັດຂອງສອງປະເທດເວົ້າລວມ; ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ກອງທັບ ແລະປະຊາຊົນຫວຽດນາມ, ໃນອະດີດ ກໍ່ຄືໃນປະຈຸບັນ ເຊິ່ງຍາມໃດກໍ່ໃຫ້ການຊ່ວຍເຫຼືອພາລະກິດການປະຕິວັດຂອງລາວ ເວົ້າລວມ ແລະ 3 ແຂວງເວົ້າສະເພາະ…
ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງເງະອານ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຢ່າງເລິກເຊິ່ງ ຕໍ່ກັບພັກ, ລັດ, ຄະນະປະຕິບັດງານພິເສດ, ບັນດາກຳລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າເວົ້າລວມ, ແລະ 3 ແຂວງ ໄຊສົມບູນ, ຊຽງຂວາງ ແລະ ວຽງຈັນ ເວົ້າສະເພາະ ໄດ້ສ້າງເງື່ອນໄຂສະດວກ, ຊ່ວຍເຫຼືອກອງທ້ອນໂຮມຢ່າງສຸດຈິດສຸດໃຈ ແລະມີປະສິດທິຜົນ ເພື່ອຊອກຄົ້ນ, ທ້ອນໂຮມ ແລະສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດ ກັບເມືອປະເທດ ແລະຈັດພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບ, ທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢ່າງສົມກຽດຕາມຮີດຄອງປະເພນີຂອງລາວ.
ຕອນເຊົ້າວັນທີ 17 ພຶດສະພາ, ການນຳ, ບັນດາອົງການເຈົ້າໜ້າທີ່ ແລະຫົວໜ່ວຍທີ່ກ່ຽວຂ້ອງຂອງສອງປະເທດ ໄດ້ຖະຫວາຍທູບທຽນອາໄລຫາ ກ່ອນທີ່ຈະສົ່ງອັດຖິນັກຮົບເສຍສະຫຼະຊີວິດ ກັບເມືອປະເທດຜ່ານດ່ານສາກົນນ້ຳກັ໊ນ, ແຂວງຊຽງຂວາງ.
ໂດຍ: ທະນາພອນ