ແຂວງກວ໋າງບິ່ງ ຈັດພິທີຮັບເອົາອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ ສປປ ລາວ
ກປ.ອອນໄລ - ວັນທີ 16 ພຶດສະພາ, ທີ່ດ່ານສາກົນ ຈາລໍ, ຄະນະຊີ້ນໍາ 515 ແຂວງກວ໋າງບິ່ງ ໄດ້ຈັດຕັ້ງພິທີຮັບເອົາ 19 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ແຂວງຄໍາມ່ວນ, ປະເທດລາວ.
    |
 |
ບັນຍາກາດທີ່ພິທີຮັບເອົາອັດຖິນັກຮົບທີ່ເສຍສະຫຼະຊີວິດຢູ່ ສປປ ລາວ. ພາບ: qdnd.vn |
ໂດຍປະຕິບັດຕາມການຊີ້ນໍາຈາກຄະນະຊີ້ນໍາ 515 ແຂວງກວ໋າງບິ່ງ ແລະກອງບັນຊາການທະຫານແຂວງ, ພາຍຫຼັງປະຕິບັດໜ້າທີ່ໃນບໍລິເວນແຂວງຄໍາມ່ວນ ເປັນເວລາກວ່າ 7 ເດືອນ, ກອງ 589, ຫ້ອງການເມືອງກອງບັນຊາການທະຫານແຂວງກວ໋າງບິ່ງ ໄດ້ມານະພະຍາຍາມ, ຜ່ານຜ່າຄວາມຫຍຸ້ງຍາກປະການ, ປະຕິບັດສໍາເລັດທຸກໜ້າທີ່ເປັນຢ່າງດີ.
ພະນັກງານ, ພາລະກອນຂອງກອງ 589 ໄດ້ຕັ້ງໜ້າສໍາຫຼວດ, ກວດກາຂໍ້ມູນຂ່າວສານ, ເປີດກວ້າງບໍລິເວນ, ຄົ້ນຫາ ແລະຂຸດເອົາໄດ້ 19 ອັດຖິ ແລະວັດຖຸພັນຫຼາຍຢ່າງ. ໃນວິວັດການປະຕິບັດໜ້າທີ່, ພະນັກງານ, ພາລະກອນຂອງກອງ 589 ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ການສົມທົບກັນ ແລະການໜູນຊ່ວຍຈາກຄະນະພັກ, ອຳນາດການປົກຄອງ, ພະນັກງານ, ນັກຮົບກໍາລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າ.
    |
 |
ການນໍາແຂວງກວ໋າງບິ່ງ ແລະແຂວງຄໍາມ່ວນ ຖະຫວາຍທູບທຽນ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດ. ພາບ: qdnd.vn |
ທີ່ພິທີ, ບັນດາຜູ້ແທນ, ພະນັກງານ, ນັກຮົບກໍາລັງປະກອບອາວຸດ, ປະຊາຊົນໄດ້ຖະຫວາຍດອກໄມ້, ທູບທຽນ ແລະກົ້ມຫົວໄວ້ອາໄລໜຶ່ງນາທີເພື່ອສະແດງຄວາມຮຸ້ບຸນຄຸນຕໍ່ຄຸນງາມຄວາມດີຂອງບັນດາວິລະຊົນ ແລະນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ຕາມແຜນການແລ້ວ, ວັນທີ 17 ພຶດສະພາ, ທີ່ສຸສານນັກຮົບເສຍສະຫຼະຊີວິດ ບາຢົກ (ຕາແສງ ລີ໊ແຈາກ, ເມືອງ ໂບ໊ແຈກ) ຈະຈັດຕັ້ງພິທີປົງ 19 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ແຂວງຄໍາມ່ວນ, ປະເທດລາວ.
ໂດຍ: ທູຈາງ