ໃນການທ້ອນໂຮມຄັ້ງນີ້, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານເຂດ 2 ໄດ້ຊອກເຫັນ 10 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ເສຍສະຫຼະຊີວິດໃນການຕໍ່ສູ້ຢູ່ 6 ແຂວງພາກເໜືອລາວ, ໃນນັ້ນ 6 ອັດຖິ ມີຊື່ ແລະບ້ານເກີດ.

leftcenterrightdel
ຜູ້ຕາງໜ້າອຳນາດການປົກຄອງຂອງສອງປະເທດ ແລະປະຊາຄົມຊາວຫວຽດນາມ ດຳລົງຊີວິດ ແລະເຮັດວຽກຢູ່ແຂວງອຸດົມໄຊ ສົ່ງນັກຮົບເສຍສະຫຼະຊີວິດເພື່ອຊາດຄືນສູ່ຖິ່ນກຳເນີດ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນບັນຍາກາດເຄັ່ງຂຶມ, ຜູ້ຕາງໜ້າອຳນາດການປົກຄອງ ແລະປະຊາຊົນແຂວງອຸດົມໄຊ, ປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງອຸດົມໄຊ ໄດ້ຖະຫວາຍທູບທຽນ, ດອກໄມ້ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອໃຫ້ຄົນຮຸ່ນນີ້ໄດ້ດຳລົງຊີວິດໃນສັນຕິພາບ, ມີຄວາມອີ່ມໜຳສຳລານ.

ໂດຍ: ແສງເດືອນ