ພິທີອອກເດີນທາງໄປຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະ ກຳປູເຈຍ
ກປ.ອອນໄລ - ວັນທີ 5 ພະຈິກ, ຄະນະຊີ້ນໍາ 515 ແຂວງກອນຕູມ ໄດ້ຈັດຕັ້ງພິທີອອກເດີນທາງໄປປະຕິບັດໜ້າທີ່ຊອກຫາ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະກໍາປູເຈຍ ໃນລະດູແລ້ງ 2022-2023.
    |
 |
ມອບຂອງຂວັນໃຫ້ກອງ K53. ພາບ: nhandan.vn |
ປີນີ້, ພະນັກງານ-ນັກຮົບ 60 ກວ່າຄົນຂອງກອງ K53, ກອງບັນຊາການທະຫານແຂວງກອນຕູມ ຈະດໍາເນີນການຊອກຫາ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ຢູ່ 3 ແຂວງຂອງລາວ, ຄື: ແຂວງເຊກອງ, ອັດຕະປື, ຈຳປາສັກ ແລະແຂວງ Ratanakiri ຂອງກຳປູເຈຍ. ໂດຍໄດ້ຮູ້ວ່າ: ໃນລະດູແລ້ງ 2021-2022 ກອງ K53 ໄດ້ລົງສຳຫຼວດ ແລະຂຸດຄົ້ນກວ່າ 550 ຈຸດຢູ່ 25/25 ເມືອງໂດຍກົມກອງຮັບຜິດຊອບ ແລະເຕົ້າໂຮມໄດ້ 13 ອັດຖິ , ໃນນັ້ນຢູ່ໃນປະເທດລາວ 7 ອັດຖິ ແລະຢູ່ກໍາປູເຈຍ 6 ອັດຖິ. ການອອກເດີນທາງໄປປະຕິບັດໜ້າທີ່ຄັ້ງນີ້, ພະນັກງານ, ນັກຮົບກອງ K53 ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີຢ່າງແໜ້ນແຟ້ນກັບອໍານາດການປົກຄອງ ແລະປະຊາຊົນປະເທດເພື່ອນມິດ, ມານະພະຍາຍາມສູງສຸດເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ໂດຍ: ທະນາພອນ