ທີ່ການພົບປະ, ຄະນະຊີ້ນຳ 515 ແຂວງເທື່ອທຽນເຫ້ວ ຫວັງວ່າ ຄະນະປະຕິບັດງານພິເສດແຂວງສາລະວັນ ຈະສືບຕໍ່ເອົາໃຈໃສ່, ຊີ້ນຳ, ຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນສະໜອງຂໍ້ມູນຂ່າວສານໃຫ້ກອງທ້ອນໂຮມ 192, ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ  ເພື່ອຈັດຕັ້ງການຊອກຄົ້ນ, ທ້ອນໂຮມ ແລະສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ກັບຄືນບ້ານເກີດເມືອງນອນ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: qdnd.vn

ການນຳຄະນະປະຕິບັດງານພິເສດແຂວງສາລະວັນ ຢືນຢັນວ່າ ຈະສົມທົບກັນຊີ້ນຳ ແລະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກອງທ້ອນໂຮມ 192 ປະຕິບັດສໍາເລັດໜ້າທີ່ວຽກງານໃນລະດູແລ້ງ 2022-2023 ໃຫ້ເປັນຢ່າງດີ. ເນື່ອງໃນໂອກາດນີ້, ກອງບັນຊາການທະຫານແຂວງເທື່ອທຽນເຫ້ວ  ໄດ້ມອບນໍ້າມັນ ແອັດຊັງ ຈໍານວນ 1.410 ລິດ ໃຫ້ແກ່ກອງບັນຊາການທະຫານແຂວງສາລະວັນ.

ໂດຍ: ທະນາພອນ