ກອງບັນຊາການທະຫານແຂວງກວ໋າງຈິ ຈັດພິທີສົ່ງທະຫານໄປປະຕິບັດໜ້າທີ່ທ້ອນໂຮມອັດຖິທະຫານຢູ່ ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 14 ຕຸລາ, ກອງບັນຊາການທະຫານແຂວງກວ໋າງຈິ ໄດ້ຈັດພິທີສົ່ງທະຫານໄປປະຕິບັດໜ້າທີ່ຊອກຄົ້ນ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ ຢູ່ແຂວງສະຫວັນນະເຂດ, ສປປ ລາວ, ລະດູແລ້ງ 2022-2023.
ທ່ານພັນເອກພິເສດ ຫງວຽນຫຶວດ່ານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງກວ໋າງຈິ; ທ່ານພັນເອກພິເສດ ຫງວຽນບ໊າຢ້ວນ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວ໋າງຈິ, ຮອງຫົວໜ້າຄະນະຊີ້ນໍາ 515 ຂອງແຂວງ; ການນໍາພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມແຂວງ ເຂົ້າຮ່ວມ ແລະໃຫ້ກໍາລັງໃຈພະນັກງານ, ນັກຮົບກອງ 584 ເດີນທາງໄປປະຕິບັດໜ້າທີ່.
    |
 |
ບັນຍາກາດທີ່ພິທີ. ພາບ: qdnd.vn |
ທີ່ພິທີຈັດສົ່ງ, ທ່ານພັນເອກພິເສດ ຫງວຽນບ໊າຢ້ວນ ຫົວໜ້າການເມືອງກອງບັນຊາການທະຫານແຂວງກວ໋າງຈິ, ຮອງຫົວໜ້າຄະນະຊີ້ນໍາ 515 ຂອງແຂວງ ໄດ້ມອບໝາຍໜ້າທີ່, ໃຫ້ກໍາລັງໃຈພະນັກງານ, ນັກຮົບກອງ 584. ກອງບັນຊາການທະຫານແຂວງ ຮຽກຮ້ອງໃຫ້ກອງ 584 ຈົ່ງເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ສາມັກຄີ, ສົມທົບຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວ ບັນດາເຜົ່າ, ຈັດຕັ້ງການຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານກັບຄືນປະເທດຮັບປະກັນຄວາມປອດໄພ ແລະທັນເວລາ. ໃນວິວັດການປະຕິບັດໜ້າທີ່, ພະນັກງານ, ນັກຮົບກອງ 584 ຕ້ອງປະຕິບັດຕາມລະບຽບວິໄນຂອງກອງທັບ, ລະບຽບວິໄນຂົນຂວາຍປະຊາຊົນ; ນະໂຍບາຍ, ກົດໝາຍຂອງ ສປປ ລາວ ທີ່ໄດ້ກໍານົດ ຢ່າງເຂັ້ມງວດ.
    |
 |
ກອງບັນຊາການທະຫານແຂວງກວ໋າງຈິ ມອບໃບຍ້ອງຍໍໃຫ້ພະນັກງານ, ພາລະກອນກອງ 584 ຈໍານວນ 18 ຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ ປີ 2022. ພາບ: qdnd.vn |
ເພື່ອສະແດງອອກໃຫ້ເຫັນການຕັດສິນໃຈປະຕິບັດໜ້າທີ່ໄດ້ຢ່າງມີໄຊ, ກອງ 584 ໄດ້ປຸກລະດົມຂະບວນການແຂ່ງຂັນ ດ້ວຍຫົວຂໍ້ “ສາມັກຄີ, ເປັນເຈົ້າການ, ແກ້ໄຂຄວາມຫຍຸ້ງຍາກ, ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ສໍາຫຼວດ, ຊອກຄົ້ນ, ທ້ອນໂຮມອັດຖິ”.
    |
 |
ທ່ານພັນເອກພິເສດ ຫງວຽນບ໊າຢ້ວນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງກວ໋າງຈິ, ຮອງຫົວໜ້າຄະນະຊີ້ນໍາ 515 ແຂວງກວ໋າງຈິ ມອບຂອງຂວັນ ແລະໃຫ້ກໍາລັງໃຈພະນັກງານ, ນັກຮົບກອງ 584. ພາບ: qdnd.vn |
ໂອກາດນີ້, ກອງບັນຊາການທະຫານແຂວງກວ໋າງຈິ ໄດ້ມອບໃບຍ້ອງຍໍໃຫ້ພະນັກງານ, ພາລະກອນກອງ 584 ຈໍານວນ 18 ຄົນທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ ປີ 2022. ກອງບັນຊາການທະຫານແຂວງ, ພະແນກແຮງງານ-ທະຫານເສຍອົງຄະ ແລະສັງຄົມ, ສະຫະພັນແມ່ຍິງກອງບັນຊາການທະຫານແຂວງກວ໋າງຈິ ໄດ້ມອບຂອງຂວັນໃຫ້ກໍາລັງໃຈພະນັກງານ, ນັກຮົບກອງ 584.
ໂດຍ: ໄຊຊະນະ