leftcenterrightdel
ທ່ານ ເລຫງອັກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ກ່າວຄໍາເຫັນທີ່ພິທີ. ພາບ: baohatinh.vn

ທີ່ພິທີ, ທ່ານ ເລຫງອັກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ເນັ້ນໜັກວ່າ ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອໜ້າທີ່ສາກົນກັບເມືອປະເທດ ແມ່ນແຜນນະໂຍບາຍໃຫຍ່, ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະລັກສະນະວັດທະນະທໍາມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນອາລົມຈິດ, ຄວາມຮັບຜິດຊອບຂອງຄົນລຸ້ນປະຈຸບັນຕໍ່ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຄອບຄົວບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງ, ສະແດງໃຫ້ເຫັນຫຼັກສິນທຳ, ມູນເຊື້ອ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນໍ້າ, “ຕອບບຸນແທນຄຸນ” ຂອງຊາດເຮົາ.

ທ່ານ ເລຫງອັກເຈົາ ສະເໜີໃຫ້ບັນດາພະນັກງານ, ພາລະກອນຂອງກອງທ້ອນໂຮມອັດຖິ ຊາບຊຶມແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ກອງທັບກ່ຽວກັບວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຕ່າງປະເທດ ເປັນປະຈໍາ; ສ້າງຄວາມສາມັກຄີພາຍໃນ ແລະເປັນເອກະພາບກັນ, ສູ້ຊົນໃຫ້ບັນລຸ, ລື່ນກາຍແຜນການທີ່ໄດ້ວາງອອກ...

leftcenterrightdel
ທ່ານ ເລຫງອັກເຈົາ ຮອງປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງ  ມອບຂອງຂວັນໃຫ້ກອງທ້ອນໂຮມ. ພາບ: baohatinh.vn

ກອງທ້ອນໂຮມ ຄວນເພີ່ມທະວີສາຍພົວພັນສາມັກຄີກັບປະຊາຊົນຢູ່ບ່ອນຕັ້ງທັບ; ສົມທົບກັນຢ່າງແໜ້ນແຟ້ນກັບຄະນະປະຕິບັດງານພິເສດກອງບັນຊາການທະຫານແຂວງບໍລິຄຳໄຊ ແລະນະຄອນຫຼວງວຽງຈັນ ເພື່ອກໍາແໜ້ນຂໍ້ມູນ, ຈັດຕັ້ງການຊອກຫາ, ຂຸດຄົ້ນຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດຢ່າງຮອບຄອບຖີ່ຖ້ວນ, ຮັບປະກັນຄວາມປອດໄພໃຫ້ປະຊາຊົນ ແລະພາຫະນະໃນຕະຫຼອດໄລຍະປະຕິບັດໜ້າທີ່. ພ້ອມທັງ, ເສີມຂະຫຍາຍຄຸນນະທາດ “ທະຫານລຸງໂຮ່’’ ຢູ່ສະເໝີ, ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ຮັກສາລະບຽບວິໄນຂອງກອງທັບ, ການພົວພັນສາກົນຢ່າງເຂັ້ມງວດ; ປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງເຂັ້ມງວດ, ແກ້ໄຂສາຍພົວພັນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນລາວ; ສັງລວມສະພາບການເປັນປະຈໍາ, ລາຍງານຜົນການປະຕິບັດໜ້າທີ່, ແຜນງານຊອກຫາໃນທຸກທິດທາງໃຫ້ຄະນະຊີ້ນຳ 515 ແຂວງ ແລະກອງບັນຊາການທະຫານແຂວງ ຢ່າງທັນການ.

ໂດຍ: ເຈິ່ນຮວ່ຽນ