ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ ມີຄະນະອໍານວຍການອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP), ສ່ວນຝ່າຍສະຫະລັດອາເມລິກາ ມີທ່ານເອກອັກຄະລັດຖະທູດ Marc E.Knapper ແລະລັດຖະກອນສະຖານທູດສະຫະລັດອາເມລິກາ ປະຈໍາ ຫວຽດນາມ ຈຳນວນໜຶ່ງ; ການນໍາຫ້ອງການ MIA ສະຫະລັດອາເມລິກາ ປະຈໍາ ຮ່າໂນ້ຍ ພ້ອມກັບບັນດາສະມາຊິກຂອງຫ້ອງການ.

leftcenterrightdel
ສົ່ງອັດຖິທະຫານສະຫະລັດອາເມລິກາ ຖືກຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ກັບຄືນປະເທດ. ພາບ: dangcongsan.vn.

ທີ່ພິທີ, ຜູ້ຕາງໜ້າຝ່າຍຫວຽດນາມ ໄດ້ມອບ 1 ອັດຖິໃຫ້ຜູ້ຕາງໜ້າຝ່າຍສະຫະລັດອາເມລິກາ, ນີ້ແມ່ນຜົນການເຄື່ອນໄຫວຊອກຫາ ຄັ້ງທີ 148 (ເດືອນສິງຫາ ແລະກັນຍາ ປີ 2022). ອັດຖິຊຸດນີ້ໄດ້ຮັບບັນດານັກຊ່ຽວຊານນິຕິເວດສາດຂອງຫວຽດນາມ ແລະສະຫະລັດອາເມລິກາ ສັນລະສູດຢູ່ຮ່າໂນ້ຍ, ແລະສະຫຼຸບວ່າກ່ຽວຂ້ອງເຖິງທະຫານສະຫະລັດອາເມລິກາ ຖືກຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ແລະສະເໜີສົ່ງເຖິງ Hawaii (ສະຫະລັດອາເມລິກາ) ເພື່ອກວດກາເຕີ່ມ.

ການເຄື່ອນໄຫວຊອກຫາອັດຖິທະຫານສະຫະລັດອາເມລິກາ ຖືກຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ ແມ່ນການເຄື່ອນໄຫວມະນຸດສະທໍາລະຫວ່າງສອງລັດຖະບານຫວຽດນາມ ແລະສະຫະລັດອາເມລິກາ. ນີ້ແມ່ນການມອບ-ຮັບອັດຖິ ຄັ້ງທິີ 159 ນັບແຕ່ປີ 1973.

ໂດຍ: ຈາງຫງວຽນ