ການຢ້ຽມຢາມໄດ້ຊ່ວຍໃຫ້ພວກຂ້າພະເຈົ້າ ເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບຄວາມສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດຫວຽດນາມ-ລາວ, ອາລົມຈິດນັ້ນໄດ້ຮັບການເພີ່ມພູນຄູນສ້າງດ້ວຍເລືອດເນື້ອຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ-ລາວ ໄດ້ຮັບການປົກປັກຮັກສາໄວ້ເປັນຢ່າງດີ. ພາບ: baothainguyen.vn

ໂດຍຕັ້ງຢູ່ໃກ້ກັບເສັ້ນທາງຫຼວງເລກ 7, ເສັ້ນທາງໄປຫາດ່ານຊາຍແດນນໍ້າກັ໊ນ (ຊາຍແດນຫວຽດນາມ-ລາວ), ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ ໄດ້ຕັ້ງຢູ່ບ່ອນທີ່ສະຫງົບງຽບຢູ່ໃຈກາງເທດສະບານເມືອງແອັງເຊີນ (ແຂວງເງະອານ). ດ້ວຍເນື້ອທີ່ເກືອບ 7 ເຮັກຕາ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ ແມ່ນສຸສານໃຫຍ່ທີ່ສຸດເຊິ່ງໄດ້ທ້ອນໂຮມເອົາສົບຂອງທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເຄີຍເຂົ້າຮ່ວມສູ້ຮົບ ແລະເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ນີ້ກໍ່ແມ່ນສຸສານແຫ່ງດຽວຢູ່ຫວຽດນາມ ທີ່ມີຊື່ສອງຊາດ.

ພວກຂ້າພະເຈົ້າ ໄດ້ຮູ້ມາວ່າ ສຸສານແຫ່ງນີ້ ໄດ້ສ້າງຂຶ້ນແຕ່ປີ 1976  ຫາ 1982. ສຸສານດັ່ງກ່າວມີ 2 ເຂດ, ຄື: ເຂດ A ປະກອບມີຂຸມຝັງສົບ 9 ແປງ, ມີຂຸມຝັງສົບທັງໝົດ 5.381 ຂຸມ; ເຂດ B ມີຂຸມຝັງສົບ 13 ແປງ, ມີຂຸມຝັງສົບທັງໝົດ 5.219 ຂຸມ ແລະແປງຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ມີ 11 ຂຸມ. ນັບແຕ່ເມື່ອກໍ່ສ້າງຈົນມາຮອດປະຈຸບັນ, ສຸສານໄດ້ຮັບ ແລະຮັກສາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນສະໜາມຮົບຂອງລາວເກືອບ 11.000 ອັດຖິ.

ສ່ວນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດດົ່ງເຕິມ ມີເນື້ອທີ່ກວ້າງ 11.000 ຕາແມັດ. ມີຂຸມຝັງສົບ 2.245 ຂຸມທີ່ມາຈາກ 32 ແຂວງ, ນະຄອນໃນທົ່ວປະເທດ. ໃນນັ້ນມີ ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ 16 ຂຸມຂອງປະເທດເພື່ອນລາວ; ນັກຮົບເສຍສະຫຼະຊີວິດເພື່ອຊາດ 27  ຄົນແມ່ນລູກຫຼານຂອງບ້ານເກີດເມືອງນອນທ໊າຍງວຽນ (ເກັບມາແຕ່ປີ 1974).

ໃນຊຸມປີມໍ່ໆມານີ້, ຈຳນວນຂຸມຝັງສົບທີ່ໄດ້ທ້ອນໂຮມຢູ່ສຸສານນັບມື້ນັບເພີ່ມຂຶ້ນໂດຍຜ່ານໂຄງການສົມທົບກັນຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດລະຫວ່າງສອງແຂວງແທັງຮວ໊າ-ຫົວພັນ ເວົ້າສະເພາະ,  ສອງປະເທດຫວຽດນາມ-ລາວ ເວົ້າລວມ.

ຕາມຜູ້ຕາງໜ້າຄະນະຄຸ້ມຄອງຂອງສອງສຸສານດັ່ງກ່າວ, ແຕ່ລະປີໃນວັນທີ 27 ກໍລະກົດ, ອຳນາດການປົກຄອງສອງທ້ອງຖິ່ນໄດ້ຈັດພິທີຖະຫວາຍຈູດທູບໃຕ້ທຽນ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ພິເສດແມ່ນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ-ລາວ, ແຕ່ລະປີໄດ້ຈັດຕັ້ງງານບຸນ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”. ນີ້ແມ່ນງານບຸນພິເສດ, ມີຄວາມໝາຍມະນຸດສາດ, ດ້ວຍຈິດໃຈ “ຕອບບຸນແທນຄຸນ” ເພື່ອອາໄລຫາເຖິງຜູ້ເສຍສະຫຼະຊີວິດໃຫ້ປະເທດຊາດເອກະລາດ, ປະຊາຊົນມີຄວາມສະຫງົບສຸກ, ມີຄວາມຜາສຸກ, ອີ່ມໜຳສຳລານ, ດຶງດູດປະຊາຊົນທັງຢູ່ໃນປະເທດ ແລະລາວ ນັບພັນຄົນເຂົ້າຮ່ວມ.

ເຖິງວ່າແມ່ນເປັນລຸ້ນ 7X, ບໍ່ໄດ້ເຫັນເຫດການສົງຄາມທີ່ໂຫດຮ້າຍ, ແຕ່ມາຮອດບ່ອນນີ້, ພວກຂ້າພະເຈົ້າ ເຂົ້າໃຈຢ່າງເລິກເຊິ່ງເຖິງການເສຍສະຫຼະອັນຍິ່ງໃຫຍ່ ແລະຄຸນງາມຄວາມດີອັນໃຫຍ່ຫຼວງຂອງນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ບໍ່ເສຍດາຍເລືອດເນື້ອ, ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອພື້ນຖານເອກະລາດ, ເສລີພາບຂອງປະເທດເພື່ອນລາວ. ເລືອດເນື້ອຂອງພວກອ້າຍໄດ້ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ-ລາວ.

ໂດຍ: ເຈິ່ນຮວ່ຽນ