ການຊອກຫາ,  ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ໃນໄລຍະສົງຄາມກັບຄືນເມືອປະເທດແມ່ນແຜນນະໂຍບາຍໃຫຍ່ຂອງພັກ ແລະລັດຫວຽດນາມ ແນໃສ່ສະແດງຄວາມຮູ້ບຸນຄຸນ, ເຊີດຊູຄຸນງາມຄວາມດີອັນໃຫຍ່ຫຼວງຂອງວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ໃນໄລຍະກວ່າ 10 ປີແຫ່ງການປະຕິບັດວຽກງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ປະເທດລາວ, ເກືອບຄືວ່າປີໃດ, ຮ້ອຍເອກ ສຸ່ງອາເຮີ່ ກໍ່ປະຈຳຢູ່ລາວ ເປັນເວລາ 8-9 ເດືອນ. ເວລາພັກປະຈໍາປີ, ອ້າຍ ສຸ່ງອາເຮີ່ ເຄີຍໄປສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕົງຄາວ (ຕາແສງແທັງເນືອ, ເມືອງດ້ຽນບຽນ, ແຂວງດ້ຽນບຽນ) ເພື່ອຈູດທູບທຽນໃຫ້ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ເຊິ່ງອ້າຍເອງ ແລະເພື່ອນຮ່ວມກົມກອງຊອກຫາໄດ້, ທ້ອນໂຮມ ແລະຈັດສົ່ງຈາກປະເທດລາວ ມາປົງຢູ່ບ້ານເກີດເມືອງນອນໃນຊຸມປີຜ່ານມາ.

leftcenterrightdel
ອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍໄດ້ຮັບມອບໝາຍໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ຢູ່ 6 ແຂວງພາກເໜືອຂອງລາວ, ດ້ວຍບໍລິເວນກວ້າງຂວາງ, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2 ບໍ່ໄດ້ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກເພື່ອຊອກຫາ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ.

ຮ້ອຍເອກ ສຸ່ງອາເຮີ່, ແມ່ນສະມາຊິກກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2 ໃຫ້ຮູ້ວ່າ ຕາມແຜນທີ່ຂຸມຝັງສົບແລ້ວ, 3 ແຂວງ, ຄື: ຫຼວງພະບາງ, ອຸດົມໄຊ ແລະຫຼວງນ້ຳທາ ແມ່ນບ່ອນທີ່ມີທະຫານຫວຽດນາມຫຼາຍຄົນ ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ, ໃນນັ້ນຫຼາຍກວ່າໝູ່ແມ່ນຢູ່ແຂວງຫຼວງພະບາງ. ຍ້ອນແນວນັ້ນ, ໃນຫຼາຍປີຜ່ານມາ, ກອງທ້ອນໂຮມ ຍາມໃດກໍ່ກໍານົດນີ້ແມ່ນບໍລິເວນຈຸດສຸມທີ່ຄວນເພີ່ມທະວີດ້ານວັດຖຸ, ມະນຸດ ເພື່ອຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງໃນທ້າຍປີ 1994, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2 ປະຕິບັດໜ້າທີ່ໃນບໍລິເວນ 6 ແຂວງພາກເໜືອຂອງລາວ ສາມາດກວດກາ, ສະຫຼຸບໄດ້ 4200 ຂໍ້ມູນ ກ່ຽວກັບຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຊອກຫາ, ຂຸດຄົ້ນ ແລະຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ເກືອບ 1.800 ອັດຖິ ກັບຄືນປະເທດ. ສະເພາະໃນລະດູແລ້ງປີ 2021-2022, ກໍາລັງໄດ້ຊອກຫາ ແລະຂຸດຄົ້ນໄດ້ 20 ອັດຖິ, ໃນນັ້ນ 8 ອັດຖິ ທີ່ກໍານົດໄດ້ຊື່ ແລະນາມສະກຸນ, ບ້ານເກີດເມືອງນອນ ແລະມອບໃຫ້ຍາດຕິພີ່ນ້ອງຢູ່ 6 ແຂວງ, ນະຄອນຢູ່ຫວຽດນາມ.

ທ່ານພົນຈັດຕະວາ ເຈິ່ນຫງອັກຕ໊ວນ, ຮອງຫົວໜ້າການເມືອງທະຫານເຂດ 2, ຫົວໜ້າຄະນະຊີ້ນຳວຽກງານຊອກຫາ, ທ້ອນໂຮມ, ກໍານົດຊື່ ແລະນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 (ຄະນະຊີ້ນໍາ 515) ໃຫ້ຮູ້ວ່າ: ຄະນະປະຕິບັດງານພິເສດບັນດາແຂວງພາກເໜືອຂອງລາວ ພ້ອມກັບຄະນະຊີ້ນໍາ 515, ທະຫານເຂດ 2 ໄດ້ເຫັນດີເປັນເອກະພາບຕໍ່ທັດສະນະວຽກງານຊອກຫາ,  ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມ, ສົ່ງກັບຄືນປະເທດ ເພື່ອຝັງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ ແລະລັດຫວຽດນາມ.

ນັ້ນແມ່ນການສະແດງຄວາມຮູ້ບຸນຄຸນ, ເຊີດຊູຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງບັນດາວິລະຊົນນັກຮົບວິລະຊົນ ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານເພື່ອເອກະລາດແຫ່ງຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງ. ຄະນະປະຕິບັດງານພິເສດບັນດາແຂວງພາກເໜືອຂອງລາວ ຈະສືບຕໍ່ໂຄສະນາຢ່າງເລິກເຊິ່ງກວ້າງຂວາງ ເພື່ອຊອກຫາຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ຈາກບັນດານັກຮົບເກົ່າຂອງລາວ, ນາຍບ້ານ ແລະປະຊາຊົນບັນດາແຂວງພາກເໜືອຂອງລາວ.

ເພື່ອປະຕິບັດເປົ້າໝາຍຮອດປີ 2030 ຈະສໍາເລັດແຜນຮ່າງຂອງລັດຖະບານກ່ຽວກັບການຊອກຫາ,  ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແຂວງດ້ຽນບຽນ ສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາອົບຮົມມູນເຊື້ອ ແລະສະຕິປະຕິວັດໃຫ້ແກ່ພະນັກງານ, ສະມາຊິກພັກ ແລະລຸ້ນໜຸ່ມກ່ຽວກັບການຊອກຫາ, ເຕົ້າໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ; ເພີ່ມທະວີວຽກງານສົມທົບກັນລະຫວ່າງຄະນະຊີ້ນໍາ 515, ທະຫານເຂດ 2 ແລະຄະນະຊີ້ນໍາ 515, ແຂວງດ້ຽນບຽນ ກັບຄະນະປະຕິບັດງານພິເສດຂອງ 6 ແຂວງພາກເໜືອຂອງລາວ ຜ່ານກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເຂດ 2 ເພື່ອແລກປ່ຽນຂໍ້ມູນຂ່າວສານຢ່າງທັນການແນໃສ່ແກ້ໄຂບັນດາບັນຫາຕິດຂັດກ່ຽວກັບລະບຽບການ,  ພູມີປະເທດ, ແຜນຜັງຕາມຂໍ້ກຳນົດປິດລັບຂອງສອງປະເທດ.

ບົນພື້ນຖານນັ້ນ, ຄະນະຊີ້ນໍາ 515, ແຂວງດ້ຽນບຽນ ແລະທະຫານເຂດ 2 ໄດ້ກຳນົດ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ ຕາມຄວາມຄືບໜ້າທີ່ໄດ້ວາງອອກ.

ໂດຍ: ເຈິ່ນຮວ່ຽນ