ກອງປະຕິບັດງານພິເສດໄດ້ກວດກາຢັ້ງຢືນ, ສະຫຼຸບກວ່າ 4.280 ຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ; ຊອກຫາ, ຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດສົ່ງກັບຄືນບ້ານເກີດເມືອງນອນປະເທດຊາດ ກວ່າ 1.790 ອັດຖິ. ສະເພາະໃນໄລຍະທີ 2 ລະດູແລ້ງ ປີ 2021-2022, ກອງປະຕິບັດງານພິເສດ ໄດ້ກວດກາຢັ້ງຢືນ ແລະສະຫຼຸບ 156 ຂໍ້ມູນກ່ຽວກັບຂຸມຝັງສົບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຊອກຫາ, ຂຸດຄົ້ນອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ 8 ອັດຖິ ໃນບໍລິເວນສອງແຂວງຫຼວງພະບາງ ແລະອຸດົມໄຊ. ໂດຍບັນລຸໄດ້ໝາກຜົນດັ່ງກ່າວແມ່ນຍ້ອນມີການຊີ້ນໍາຂອງຄະນະປະຕິບັດງານພິເສດຂອງລັດຖະບານສອງປະເທດ ຫວຽດນາມ-ລາວ, ການຊ່ວຍເຫຼືອ, ສ້າງເງື່ອນໄຂຂອງຄະນະພັກຂັ້ນ, ອໍານາດການປົກຄອງ, ອົງການຈັດຕັ້ງຕ່າງໆ ແລະປະຊາຊົນ 6 ແຂວງພາກເໜືອລາວ.

leftcenterrightdel
ພາບປະກອບຄັດຈາກ qdnd.vn.

ໃນໄລຍະຈະມາເຖິງ, ທະຫານເຂດ 2 ແລະບັນດາແຂວງພາກເໜືອລາວ ຈະສືບຕໍ່ຜັນຂະຫຍາຍປະຕິບັດອະນຸສັນຍາລະຫວ່າງສອງກະຊວງປ້ອງກັນປະເທດ ໄລຍະ 2020-2024 ຢ່າງມີປະສິດທິຜົນກວ່າອີກ. ສືບຕໍ່ສົມທົບກັນຍູ້ໄວຄວາມຄືບໜ້າໃນການປະຕິບັດວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ກັບຄືນປະເທດ. ນີ້ແມ່ນການກະທໍາທີ່ມີຄວາມໝາຍສະແດງຄວາມຮູ້ບຸນຄຸນ, ເຊີດຊູຄຸນງາມຄວາມດີອັນຍິ່ງໃຫຍ່ຕໍ່ກັບບັນດາວິລະຊົນນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເພື່ອພື້ນຖານເອກະລາດແຫ່ງຊາດ ແລະປະຕິບັດພັນທະສາກົນອັນສູງສົ່ງຂອງພັກ ແລະລັດຫວຽດນາມ.

ໂດຍ: ຈາງຫງວຽນ