leftcenterrightdel
ພິທີຈັດສົ່ງອັດຖິນັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນການມອບຮັບອັດຖິນັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຄັ້ງທີ 2 ທີ່ກອງທ້ອນໂຮມອັດຖິຂອງທະຫານເຂດ 2 ປະຕິບັດໃນໄລຍະລະດູແລ້ງ 2021-2022. ຕາງໜ້າອໍານາດການປົກຄອງ ແລະປະຊາຊົນ 6 ແຂວງພາກເໜືອຂອງລາວ, ທ່ານ ຄຳພຽງ ຢາຈົງວາ, ຮອງເຈົ້າແຂວງໆອຸດົມໄຊ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ບັນດານັກວິລະຊົນ, ນັກຮົບທີິ່ເສຍສະຫຼະຊີວິດເພື່ອຊາດ, ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍ່ຄືໃນກິດຈະການສ້າງສາປະເທດຊາດຂອງລາວ ໃນປັດຈຸບັນ.

ໃນຈໍານວນ 8 ອັດຖິດັ່ງກ່າວ, ມີ 2 ອັດຖິ ທີ່ມີຊື່ ແລະນາມສະກຸນ ຈະໄດ້ປົງອັດຖິຢູ່ທ້ອງຖິ່ນຕາມຄວາມປາດຖະໜາຂອງຍາດຕິພີ່ນ້ອງ, ສ່ວນອັດຖິທີ່ຍັງເຫຼືອ ຈະໄດ້ປົງທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຕົງຄາວ, ນະຄອນດ້ຽນບຽນ, ແຂວງດ້ຽນບຽນ.

ໂດຍ: ທູຈາງ