leftcenterrightdel
ພິທີປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຈໍານວນ 13 ອັດຖິດັ່ງກ່າວ ມີ 7 ອັດຖິ ແມ່ນໄດ້ທ້ອນໂຮມຢູ່ 3 ແຂວງພາກໃຕ້ຂອງລາວ ລວມມີ: ອັດຕະປື, ເຊກອງ, ຈໍາປາສັກ ແລະ6 ອັດຖິຍັງເຫຼືອແມ່ນໄດ້ທ້ອນໂຮມຢູ່ແຂວງ Rattanakiri ຂອງກໍາປູເຈຍ.

ຕາມຕົວເລກສະຖິຕິ, ນັບແຕ່ລະດູແລ້ງປີ 1994-1995 ມາຮອດປັດຈຸບັນ, ກອງ K53 ໄດ້ຊອກຫາ, ທ້ອນໂຮມໄດ້ເກືອບ 2.050 ອັດຖິ ເຊິ່ງແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະກໍາປູເຈຍ ແລະໄດ້ສົ່ງເມືອປະເທດເພື່ອປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຫງອກໂຮ່ຍ.

ໂດຍ: ທູຈາງ