ນຳເຂົ້າເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງລຸລ່ວງ, ມີປະສິດທິຜົນ, ບໍ່ຖືກຂາດວັກຂາດຕອນ
ນັບແຕ່ວັນທີ 1 ກໍລະກົດ, ຫວຽດນາມ ໄດ້ຈັດຕັ້ງຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ (ລວມມີແຂວງ ແລະຕາແສງ) ຢ່າງເປັນທາງການ. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ແຂວງ, ນະຄອນ ແລະ 3.321 ຫົວໜ່ວຍບໍລິຫານຂັ້ນຕາແສງ ດ້ວຍຈຳນວນພະນັກງານ, ລັດຖະກອນເກືອບ 1,5 ລ້ານຄົນ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ |
ຕາມແຜນການຂອງລັດຖະບານ ແລ້ວ, ນັບແຕ່ວັນທີ 1 ກໍລະກົດ, ທັງລະບົບແກ້ໄຂລະບຽບການບໍລິຫານອອນໄລ ໄດ້ດຳເນີນເປັນເອກະພາບໃນຖານບໍລິການສາທາລະນະແຫ່ງຊາດ dichvucong.gov.vn. ເມື່ອກ່າວຄຳເຫັນໃນກອງປະຊຸມທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ ການນຳເຂົ້າເຄື່ອນໄຫວລະບົບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຈະສືບຕໍ່ໄດ້ຮັບການປັບປຸງ, ຍົກສູງຄວາມສາມາດ, ແກ້ໄຂບັນດາບັນຫາເກີດຂຶ້ນແບບບັງເອີນຢ່າງທັນການ, ຮັບປະກັນລະບົບການເຄື່ອນໄຫວໃຫ້ລຸລ່ວງ, ເພີ່ມທະວີການສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອປົກປັກຮັກສາຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ ແລະການສະໜອງການບໍລິການສາທາລະນະ.
ສືບຕໍ່ຮັກສາປະສິດທິຜົນຂອງບັນດາໜ່ວຍເຕັກໂນໂລຢີດີຈີຕອນວົງຄະນະຍາດ, ໜ່ວຍງານໜູນຊ່ວຍໂດຍໄວ, ແນະນຳວິທີເຮັດ ແລະຕອບບັນດາຂໍ້ຕິດຄັດຂອງປະຊາຊົນຢູ່ຮາກຖານ. ຝຶກອົບຮົມ ແລະບຳລຸງສ້າງການຫັນເປັນດີຈີຕອນຕາມທິດສຸມໃສ່ທັກສະການເຄື່ອນໄຫວຂອງບັນດາລະບົບລະອຽດ ແລະຂັ້ນຕອນເຮັດວຽກແບບໃໝ່. ສຳຫຼວດກວດຄືນບັນດາບັນຫາທີ່ຍັງບໍ່ທັນເໝາະສົມກ່ຽວກັບລະບົບຂໍ້ມູນ ເພື່ອເຄື່ອນໄຫວຮັບໃຊ້ປະຊາຊົນ ແລະວິສາຫະກິດ”.
ແຫຼ່ງຄັດຈາກ: vovworld.vn