ທີ່ການພົບປະເຈລະຈາ, ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດ ໃຫ້ຮູ້ວ່າ ຫວຽດນາມ ຕີລາຄາສູງບົດບາດ ແລະທີ່ຕັ້ງແຖວໜ້າຂອງ ເຢຍລະມັນ ຢູ່ ເອີລົບ ແລະໃນໂລກ. ໃນປີ 2025, ສອງປະເທດຈະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 14 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ທັງເປັນໂອກາດ ເພື່ອໃຫ້ສອງຝ່າຍໄດ້ກວດກາຄືນ, ຕີລາຄາການພົວພັນສອງຝ່າຍພວມພັດທະນາໃນທຸກຂົງເຂດຢ່າງຕັ້ງໜ້າ, ສ້າງປະຖົມປັດໃຈກ້າວໄປສູ່ໄລຍະຮ່ວມມືໃໝ່, ແໜ້ນແຟ້ນກວ່າເກົ່າ.

leftcenterrightdel
ທ່ານນາງ ຫວໍທິແອງຊວນ ຮອງປະທານປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Bodo Ramelow ຮອງປະທານສະພາແຫ່ງຊາດເຢຍລະມັນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜ່ານທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ, ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສສາກົນ, ຄື: ສະຫະປະຊາຊາດ ແລະຂອບເຂດອາຊຽນ-ອີຢູ. ທ່ານນາງຮອງປະທານປະເທດ ສະເໜີໃຫ້ສະພາແຫ່ງຊາດເຢຍລະມັນ ສືບຕໍ່ສະໜັບສະໜູນຊຸກຍູ້ການພົວພັນຫວຽດນາມ-ອີຢູ; ພິຈາລະນາ, ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - ອີຢູ (EVIPA) ໂດຍໄວ ເພື່ອສ້າງກຳລັງໜູນໃໝ່ໃຫ້ການຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງສອງປະເທດ...

ເຫັນດີກັບຂໍ້ສະເໜີຂອງທ່ານນາງ ຫວໍທິແອງຊວນ, ທ່ານ Bodo Ramelow ຮອງປະທານສະພາແຫ່ງຊາດເຢຍລະມັນ ໃຫ້ຮູ້ວ່າ: ໃນສະພາແຫ່ງຊາດເຢຍລະມັນ ພວມສ້າງຕັ້ງກຸ່ມສະມາຊິກລັດຖະສະພາທີ່ມາຈາກບັນດາພັກທີ່ແຕກຕ່າງກັນ, ປາດຖະໜາຢາກພັດທະນາການພົວພັນກັບຫວຽດນາມ. ທ່ານຕີລາຄາສູງການປະກອບສ່ວນທີ່ຕັ້ງໜ້າຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ເຢຍລະມັນ ໃນຊີວິດເສດຖະກິດ-ສັງຄົມ ຂອງປະຈໍາຖິ່ນ; ສະເໜີໃຫ້ສອງປະເທດເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນ, ການຮ່ວມມືດ້ານການສຶກສາ, ວັດທະນະທຳ, ການທ່ອງທ່ຽວ... ສອງຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຢູ່ບັນດາເວທີປາໄສຫຼາຍຝ່າຍ, ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງໃນໂລກ.

ໂດຍ: ຈາງຫງວຽນ