leftcenterrightdel
ຄະນະຈັດຕັ້ງເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ

ໃນການຖະແຫຼງຂ່າວປະກາດເຫດການທີ່ໄດ້ດຳເນີນໃນວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກທຸລະກິດໜຸ່ມຫວຽດນາມ ໃຫ້ຮູ້ວ່າ ເວທີປາໄສລວມມີ 3 ຮອບເຈລະຈາ; ຮອບທີ 1 ເຈລະຈາຂັ້ນທ້ອງຖິ່ນໃນຂອບເຂດທົ່ວປະເທດ. ຮອບທີ 2 ດຳເນີນໃນວັນທີ 15 ກັນຍາ ຈະມາເຖິງ ຢູ່ຮ່າໂນ້ຍ ດ້ວຍ 4 ວາລະສົນທະນາຕາມຫົວເລື່ອງ, ມີການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ວິສາຫະກິດ ແລະ ນັກຊ່ຽວຊານເສດຖະກິດ. ຮອບທີ 3 ຈະດຳເນີນໃນວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ ຈະດຳເນີນວາລະສົນທະນາຄົບຄະນະຂັ້ນສູງ.

ແຫຼ່ງຄັດຈາກ: vovworld.vn