ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ພົບປະແລກປ່ຽນ ກັບຕໍາຫຼວດທະເລເຂດ 2
ກປ.ອອນໄລ - ວັນທີ 28 ມິຖຸນາ, ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ນຳໂດຍທ່ານພັນເອກ ຫົງທອງ ສີຊານອນ ຫົວໜ້າຫ້ອງການຊາວໜຸ່ມ ກອງທັບປະຊາຊົນລາວ ໄດ້ມາຢ້ຽມຢາມ ແລະແລກປ່ຽນທີ່ກອງບັນຊາການຕໍາຫຼວດທະເລເຂດ 2.
    |
 |
ທ່ານພົນຈັດຕະວາ ເຈີ່ນກວາງຕ໋ວນ, ຜູ້ບັນຊາການຕໍາຫຼວດທະເລເຂດ 2 ຕ້ອນຮັບຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ. ພາບ: qdnd.vn |
ທ່ານພົນຈັດຕະວາ ເຈີ່ນກວາງຕ໋ວນ, ຜູ້ບັນຊາການຕໍາຫຼວດທະເລເຂດ 2 ພ້ອມດ້ວຍຜູ້ຕາງໜ້າບັນດາອົງການຂຶ້ນກັບກອງບັນຊາການຕໍາຫຼວດທະເລເຂດ 2 ໄດ້ໃຫ້ການຕ້ອນຮັບຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ. ທີ່ການພົບປະແລກປ່ຽນ, ຄະນະໄດ້ຮັບຊົມສາລະຄະດີ ແລະໄດ້ຮັບຟັງການແນະນຳກ່ຽວກັບພາລະບົດບາດ, ໜ້າທີ່, ມູນເຊື້ອ ແລະຜົນງານດີເດັ່ນຂອງກໍາລັງຕໍາຫຼວດທະເລຫວຽດນາມ ແລະ ກອງບັນຊາການຕໍາຫຼວດທະເລເຂດ 2.
    |
 |
ທ່ານພັນເອກພິເສດ ເລຮຸຍ, ຫົວນ້າການເມືອງຕໍາຫຼວດທະເລເຂດ 2 ກ່າວຄຳເຫັນທີ່ການພົບປະແລກປ່ຽນ. ພາບ: qdnd.vn |
ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ໄດ້ໄປຢ້ຽມຊົມ ແລະຊອກຮູ້ກ່ຽວກກັບພື້ນຖານດ້ານວັດຖຸ, ການເຄື່ອນໄຫວຂອງກົມກອງ ແລະກໍາປັ່ນຕໍາຫຼວດທະເລລໍາຕ່າງໆ ຢູ່ທ່າກໍາປັ່ນຂອງກອງບັນຊາການຕໍາຫຼວດທະເລເຂດ 2.
ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານພັນເອກພິເສດ ເລຮຸຍ, ຫົວໜ້າການເມືອງກອງບັນຊາການຕໍາຫຼວດທະເລເຂດ 2 ຢືນຢັນວ່າ: ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ໄດ້ພ້ອມກັນແບ່ງປັນຄວາມທຸກຄວາມສຸກ, ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງຂອງປະຫວັດສາດ.
ການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມຂອງກອງບັນຊາການຕໍາຫຼວດທະເລເຂດ 2 ກັບຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເລິກເຊິ່ງ, ຮັດແໜ້ນນໍ້າໃຈສາມັກຄີຂອງສອງຊາດ ກໍ່ຄືຖັນແຖວນາຍທະຫານໜຸ່ມກອງທັບປະຊາຊົນລາວ ກັບນາຍທະຫານໜຸ່ມກອງບັນຊາການຕໍາຫຼວດທະເລເຂດ 2.
    |
 |
ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ຢ້ຽມຊົມກໍາປັ່ນຕໍາຫຼວດທະເລ 8002, ກອງບັນຊາການຕໍາຫຼວດທະເລເຂດ 2. ພາບ: qdnd.vn |
    |
 |
ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ຖ່າຍຮູບເປັນທີ່ລະນຶກຢູ່ກໍາປັ່ນຕໍາຫຼວດທະເລ 8002. ພາບ: qdnd.vn |
    |
 |
ນາຍທະຫານໜຸ່ມກອງທັບປະຊາຊົນລາວ ພົບປະແລກປ່ຽນ, ມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບກອງບັນຊາການຕໍາຫຼວດທະເລເຂດ 2. ພາບ: qdnd.vn |
ຕາງໜ້າຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ, ທ່ານພັນເອກ ຫົງທອງ ສີຊານອນ, ຫົວໜ້າຫ້ອງການຊາວໜຸ່ມກອງທັບປະຊາຊົນລາວ ໄດ້ສະແດງຄວາມຂອບໃຈກອງບັນຊາການຕໍາຫຼວດທະເລເຂດ 2 ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຮອບຄອບຖີ່ຖ້ວນ. ພ້ອມທັງປາດຖະໜາວ່າ ຜ່ານການຢ້ຽມຢາມໃນຄັ້ງນີ້, ນາຍທະຫານໜຸ່ມກອງທັບປະຊາຊົນລາວ ຈະມີຄວາມເຂົ້າໃຈກ່ວາອີກກ່ຽວກັບມູນເຊື້ອ, ພາລະບົດບາດ, ໜ້າທີ່ວຽກງານຂອງກໍາລັງຕໍາຫຼວດທະເລຫວຽດນາມ ແລະສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ, ເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງນາຍທະຫານໜຸ່ມຂອງສອງປະເທດ, ປະກອບສ່ວນຮັກສາ ແລະ ພັດທະນາສາຍພົວພັນຮ່ວມມືຮອບດ້ານ, ຍືນຍົງ ແລະຍາວນານລະຫວ່າງຫວຽດນາມ-ລາວ.
ໂດຍ: ທູຈາງ