ທະຫານຍິງຂອງຫວຽດນາມ ແຜ່ກະຈາຍວັດທະນະທຳຫວຽດ ຢູ່ ອາຟະລິກາ
ໃນຊຸມວັນທ້າຍເດືອນມິຖຸນາ 2025, ໃນຄະນະປົກປັກຮັກສາສັນຕິພາບ ສປຊ ຢູ່ພາກໃຕ້, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຂອງ ຫວຽດນາມ ໄດ້ເຂົ້າຮ່ວມລະບົບເຫດການແລກປ່ຽນວັດທະນະທຳ. ພາບພົດທະຫານຍິງ ຫວຽດນາມ ໄດ້ປະກົດຕົວໃນຊຸດເສື້ອຍາວທີ່ເປັນມູນເຊື້ອໄດ້ດຶງດູດ ແລະສ້າງຄວາມປະທັບໃຈຢ່າງແຮງ, ແຜ່ກະຈາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງບັນດາເພື່ອນມິດສາກົນ.