ເຫດການດັ່ງກ່າວເປັນຂີດໝາຍບາດກ້າວຍຸດທະສາດໃນການກໍານົດທິດພັດທະນາໂຄງລ່າງເຕັກໂນໂລຢີສູງ ຂອງ Viettel ຢູ່ພາກກາງ. ນີ້ກໍ່ແມ່ນອາຄານເຕັກໂນໂລຢີສູງທັນສະໄໝທີ່ສຸດຢູ່ນະຄອນດ່ານັ້ງ, ຊົມເຊີຍນະຄອນດ່ານັ້ງ ດຳເນີນການເຄື່ອນໄຫວຕາມຮູບແບບອໍານາດການປົກຄອງໃໝ່ພາຍຫຼັງການໂຮມຢ່າງເປັນທາງການ.

ອາຄານ Viettel ດ່ານັ້ງ ໄດ້ຮັບການອອກແບບ,  ກໍ່ສ້າງຕາມທິດສະຖາປັດຕະຍະກຳສີຂຽວ - ພັດທະນາແບບຍືນຍົງ, ມີສວນ, ຕຶກອາຄານປະຢັດພະລັງງານ ແລະວັດສະດຸທີ່ເປັນມິດກັບສິ່ງແວດລ້ອມ. ດ້ວຍການອອກແບບເປີດເຜີຍ, ສະໜາມຫຼວງ, ກິດຈະກໍໍາດັ່ງກ່າວໝັ້ນໝາຍຈະເປັນສະຖານທີ່ພົ້ນເດັ່ນແຫ່ງໃໝ່ໃນສະຖາປັດຕະຍະກຳຂອງນະຄອນຢູ່ແຄມແມ່ນ້ຳຮ່ານ.

ນີ້ຈະເປັນສະຖານທີ່ຜັນຂະຫຍາຍບັນດາຂົງເຂດຈຸດສຸມກ່ຽວກັບໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ໂລຈິດສະຕິກ, ການບິນອາວະກາດ, ເອເລັກໂຕນິກໂທລະຄົມມະນາຄົມ, ປັນຍາປະດິດ, ຄວາມປອດໄພດ້ານໄຊເບີ, cloud computing...

leftcenterrightdel
ບັນດາຜູ້ແທນໄດ້ກົດປຸ່ມເລີ່ມລົງມືກໍ່ສ້າງຕຶກອາຄານ Viettel ດ່ານັ້ງ. ພາບ: qdnd.vn

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຕ່າວດຶກຖັ໊ງ, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ແບ່ງປັນວ່າ: “ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍຫຼັງກໍ່ສ້າງສຳເລັດແລ້ວ, ຕຶກອາຄານແຫ່ງນີ້ບໍ່ພຽງແຕ່ຈະແມ່ນກິດຈະກໍາດ້ວຍສະຖາປັດຕະຍະກຳທີ່ມີລັກສະນະຄວາມງາມສູງເທົ່ານັ້ນ, ຫາກຍັງຈະກາຍເປັນສັນຍາລັກຄວາມຄາດຫວັງພິຊິດເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນເປົ້າໝາຍນໍານະຄອນດ່ານັ້ງ ກາຍເປັນສູນເສດຖະກິດ, ວັດທະນະທຳ, ວິທະຍາສາດ ແລະເຕັກໂນໂລຢີກ້າວຂຶ້ນສູ່ລະດັບພາກພື້ນ”.

ສະຫາຍ ເລືອງຫງວຽນມິງຈຽດ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຢືນຢັນວ່າ: “ພວກຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາຮ່ວມເດີນທາງກັບກຸ່ມບໍລິສັດ Viettel, ສ້າງທຸກເງື່ອນໄຂສະດວກກ່ຽວກັບລະບຽບການບໍລິຫານ, ໂຄງລ່າງການເຊື່ອມຕໍ່, ສົມທົບກັບບັນດາພະແນກ, ຂະແໜງການ ເພື່ອໃຫ້ກິດຈະກໍາໄດ້ຮັບການຜັນຂະຫຍາຍຖືກກັບຄວາມຄືບໜ້າ, ຮັບປະກັນຄຸນນະພາບ ແລະຄວາມປອດໄພ”.

ໂດຍ: ທູຈາງ