ກ່ຽວຂ້ອງເຖິງນັກຮົບເສຍສະຫຼະຊີວິດ, ນັກກະວີ ຫຼີຮືວເລືອງ ໃຫ້ຮູ້ຕື່ມວ່າ: “ອາວ ເຢືອງກີມຟ໊ຽນ ເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບຊຽງຂວາງ, ລາວ. ເສຍສະຫຼະຊີວິດ ໃນວັນທີ 4 ມີນາ 1972. ສົບໄດ້ຝັງຢູ່ສຸສານແນວຮົບ (ຕາມໃບຢັ້ງຢືນການເສຍຊີວິດ ສະບັບເລກທີ 80/ BT ວັນທີ 15 ກໍລະກົດ 1975). ໃນຊຸມປີຜ່ານມາ, ຄອບຄົວໄດ້ສົ່ງສໍາເນົາເອກະສານຊອກຫາຂຸມຝັງສົບຂອງ ອາວ ຟ໊ຽນ ຢູ່ຫຼາຍບ່ອນ, ໄດ້ຊອກຮູ້ຂໍ້ມູນຈາກເພື່ອນຮ່ວມກອງເກົ່າ, ຄະນະຕິດຕໍ່ສື່ສານນັກຮົບເກົ່າແລ້ວ ແຕ່ຍັງບໍ່ທັນໄດ້ຮັບຜົນເທົ່າທີ່ຄວນເທື່ອ”.

ຈາກຂໍ້ມູນດັ່ງກ່າວ, ບັນດາອົງການ, ກົມກອງ, ນັກຮົບເກົ່າ ແລະປະຊາຊົນໃນທົ່ວປະເທດ, ຖ້າຮູ້ຈັກກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດ ເຢືອງກີມຟ໊ຽນ, ຂໍແຈ້ງໃຫ້ນັກກະວີ ຫຼີຮືວເລືອງ, ວາລະສານວັນນະຄະດີສິລະປະກອງທັບ ໄດ້ຮັບຊາບ, ທີ່ຢູ່: ເລກທີ 4, ຫຼີນາມເດ໊, ຮ່າໂນ້ຍ, ເບີໂທລະສັບ: 0967.508.268, ອີເມວ: lyhuuluong@gmail.com ຫຼື ອ້າຍ ເຢືອງກີມເວື້ອງ, ທີ່ຢູ່: ບ້ານມີງອານ, ຕາແສງ ອີການ, ເມືອງເຈິ໊ນອຽນ, ແຂວງອຽນບ໊າຍ, ເບີໂທລະສັບ: 0915.097.085 ແລະລາຍການ "ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ".

ລາຍການ "ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ" - ໜັງສືພິມກອງທັບປະຊາຊົນ, ເລກທີ 7 ຟານດິ່ງຟຸ່ງ, ຮ່າໂນ້ຍ; ເບີໂທລະສັບ: 069.554119; ອີເມວ: congtacdang@qdnd.vn

ໂດຍ: ເຈິ່ນຮວ່ຽນ