ໃນລະດູແລ້ງປີ 2021-2022, ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການທະຫານແຂວງແທັງຮວ໊າ ໄດ້ຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 16 ອັດຖິ ກັບຄືນປະເທດ.

ການຊອກຄົ້ນ, ທ້ອນໂຮມ ແລະສົ່ງອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ກັບຄືນປະເທດແມ່ນໜຶ່ງໃນບັນດາການສະແດງໃຫ້ເຫັນຢ່າງລະອຽດຂອງມູນເຊື້ອ “ຕອບບຸນແທນຄຸນ” ຂອງປະເທດຊາດ, ແມ່ນຄວາມຮັບຜິດຊອບ, ນໍ້າໃຈອັນເລິກເຊິ່ງຂອງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາກໍາລັງປະກອບອາວຸດທີ່ມີຕໍ່ຜູ້ທີ່ດີເດັ່ນຂອງປະເທດຊາດໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງສອງປະເທດຫວຽດນາມ-ລາວ.

leftcenterrightdel
ປົງອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn.

ນີ້ກໍ່ແມ່ນວຽກທີ່ເຕັມໄປດ້ວຍຄວາມຮັກແພງ, ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ; ຮັດແໜ້ນຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດຫວຽດນາມ-ລາວ, ສອງແຂວງແທັງຮວ໊າ-ຫົວພັນ ກວ່າອີກ, ພ້ອມທັງມີຄວາມໝາຍດ້ານການສຶກສາອົບຮົມໃຫ້ປະຊາຊົນທຸກຊັ້ນວັນນະຕໍ່ການເສຍສະຫຼະຊີວິດຂອງບັນດາວິລະຊົນ, ນັກຮົບເພື່ອພື້ນຖານເອກະລາດຂອງປະເທດຊາດ ແລະພາລະກິດສາກົນອັນສູງສົ່ງ.

ໃນບັນຍາກາດທີ່ເຄັ່ງຂຶມ, ເຄົາລົບນັບຖື, ບັນດາຄະນະຜູ້ແທນໄດ້ຖະຫວາຍທູບທຽນ, ດອກໄມ້ເພື່ອໄຫວ້ອາໄລ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ໄດ້ອຸທິດ, ເສຍສະຫຼະຊີວິດເພື່ອພາລະກິດປົດປ່ອຍປະເທດຊາດ, ປະຕິບັດໜ້າທີ່ສາກົນອັນສູງສົ່ງ.

ໂດຍ: ຈາງຫງວຽນ