leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີຖ່າຍຮູບພາຍຫຼັງສໍາເລັດລະບຽບການມອບ-ຮັບ. ພາບ: ຈ້ອງກຽນ.

ໂດຍປະຕິບັດຕາມແຜນການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ໃນລະດູແລ້ງປີ 2021-2022, ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງເງະອານໄດ້ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ.

ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານ ບຸ່ຍດິ່ງລອງ ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ໄດ້ຂອບໃຈຕໍ່ອາລົມຈິດ ແລະການຊ່ວຍເຫຼືອຂອງຄະນະພັກ, ອຳນາດການປົກຄອງ, ບັນດາກຳລັງປະກອບອາວຸດ, ປະຊາຊົນລາວບັນດາເຜົ່າເວົ້າລວມ, 3 ແຂວງຊຽງຂວາງ, ວຽງຈັນ ແລະໄຊສົມບູນ, ປະເທດລາວເວົ້າສະເພາະ.

leftcenterrightdel
ທ່ານພັນເອກພິເສດ ຟ້າມວັນດົງ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງເງະອານ ມອບຂອງຂວັນໃຫ້ຄະນະປະຕິບັດງານພິເສດ 3 ແຂວງ: ຊຽງຂວາງ, ວຽງຈັນ, ໄຊສົມບູນ. ພາບ: ຈ້ອງກຽນ.

ໃນໄລຍະຈະມາເຖິງ, ທ່ານ ບຸ່ຍດິ່ງລອງ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຂອງພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນລາວ ເວົ້າລວມ ແລະ 3 ແຂວງຊຽງຂວາງ, ວຽງຈັນ, ໄຊສົມບູນ ເວົ້າສະເພາະ, ສ້າງເງື່ອນໄຂສະດວກ ແລະຊ່ວຍເຫຼືອໃຫ້ກອງທ້ອນໂຮມແຂວງເງະອານ ທາງດ້ານຈິດໃຈ, ດ້ານວັດຖຸ, ພາຫະນະ, ກຳລັງ, ຮັບປະກັນຄວາມສະຫງົບ, ສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງການຊອກຫາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະນຳທາງເພື່ອໃຫ້ກອງທ້ອນໂຮມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີສູດສັກອະນິດຈາ. ພາບ: ຈ້ອງກຽນ.

ພາຍຫຼັງພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 103 ອັດຖິ ໄດ້ກອງທ້ອນໂຮມຂອງກອງບັນຊາການທະຫານແຂວງເງະອານ ຈະໄດ້ກັບຄືນປະເທດເພື່ອຈັດພິທີໄວ້ອາໄລ ແລະປົງຢູ່ສຸສານນັກຮົບ ເສຍສະຫຼະຊີວິດເພື່ອຊາດ ເມືອງງີລົກ ໃນວັນ 25 ພຶດສະພາ.

ໂດຍ: ເຈິ່ນຮວ່ຽນ