ວັນທີ 25 ກຸມພາ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ ໃນ 5 ປີ ແຕ່ 2021-2025, ເຖິງວ່າປະເຊີນໜ້າກັບສິ່ງທ້າທາຍຈາກພະຍາດໂຄວິດ-19 ແລະວິກິດການການເງິນທົ່ວໂລກ ກໍຕາມ ແຕ່ ລາວ ຍັງບັນລຸໄດ້ບັນດາຜົນງານອັນສໍາຄັນ ແລະພົ້ນເດັ່ນໃນຫຼາຍຂົງເຂດ.

ທີ່ກອງປະຊຸມຊາບຊຶມໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ທ່ານ ສອນໄຊ ສີພັນດອນ ໄດ້ສະຫຼຸບ, ຕີລາຄາຮອບດ້ານການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025).

leftcenterrightdel
ທ່າບົກທ່ານາແລ້ງ ວຽງຈັນ ຢູ່ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດຂອງລາວ ຮັກສາສະຖຽນລະພາບດ້ວຍການເພີ່ມຂຶ້ນຂອງລວມຍອດຜະລິດຕະພັນພາຍໃນສະເລ່ຍ ບັນລຸ 4,24% ຕໍ່ປີ, ບັນລຸເປົ້າໝາຍທີ່ວາງອອກ ແມ່ນເຕີບໂຕທາງດ້ານເສດຖະກິດ ບັນລຸ 4% ຂຶ້ນໄປ. ເສດຖະກິດມະຫາພາກ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ; ການເກັບເງິນເຂົ້າງົບປະມານລື່ນກາຍແຜນການ 5 ປີ ຕິດຕໍ່ກັນ; ໜີ້ສາທາລະນະ ແລະໄພເງິນເຟີ້ ໄດ້ຮັບການຄວບຄຸມຕາມທິດຄ່ອຍໆຫຼຸດລົງ; ອັດຕາແລກປ່ຽນເງິນຕາຕ່າງປະເທດມີຄວາມໝັ້ນຄົງໂດຍພື້ນຖານ ແລະຄັງສໍາຮອງເງິນຕາຕ່າງປະເທດ ໄດ້ເພີ່ມຂຶ້ນພໍສົມຄວນ.

ຕາມທ່ານນາຍົກລັດຖະມົນຕີ ລາວ, ຄຽງຂ້າງບັນດາຜົນງານທີ່ໜ້າຊົມເຊີຍ ແລ້ວ, ລາວ ຍັງປະເຊີນໜ້າກັບ 5 ກຸ່ມບັນຫາທີ່ລັດຖະບານຕ້ອງສຸມໃສ່ແກ້ໄຂໃນໄລຍະຈະມາເຖິງ. ກໍຕາມທ່ານ ສອນໄຊ ສີພັນດອນ, ໃນໄລຍະຈະມາເຖິງ, ລັດຖະບານລາວ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈະມານະພະຍາຍາມກວ່າອີກ ໃນການຜັນຂະຫຍາຍແຜນການພັດທະນາໃຫ້ແກ່ໄລຍະຕໍ່ໄປ, ມຸ່ງໄປເຖິງເປົ້າໝາຍກໍ່ສ້າງປະເທດໃຫ້ມີສະຖຽນລະພາບ ແລະວັດທະນາຖາວອນ.

ໂດຍ: ໄຊຊະນະ