ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານເຂົ້າຮ່ວມພາລະກຳຮັກສາສັນຕິພາບ
ກປ.ອອນໄລ - ຕອນບ່າຍວັນທີ 26 ກຸມພາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ ໄດ້ດໍາເນີນພິທີມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານໄປປະຕິບັດໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ (ສປຊ) ຢູ່ສາທາລະນະລັດອາຟະລິກາກາງ.
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ມອບຂໍ້ຕົກລົງໃຫ້ແກ່ທ່ານພັນໂທ ຫງວຽນຮວ່າງລອງ. ພາບ: qdnd.vn |
ນາຍທະຫານ ມີຄວາມເປັນກຽດໄດ້ຮັບຂໍ້ຕົກລົງຂອງປະທານປະເທດ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ເດີນທາງໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ MINUSCA, ສາທາລະນະລັດ ອາຟະລິກາກາງ ແມ່ນທ່ານພັນໂທ ຫງວຽນຮວ່າງລອງ, ອາຈານສອນພາສາຕ່າງປະເທດ, ພະແນກການສືບຂ່າວ, ວິທະຍາຄານປ້ອງກັນຊາດ, ດຳລົງຕຳແໜ່ງເປັນນາຍທະຫານເສນາການໄຈ້ແຍກສືບຂ່າວ, ປ່ຽນແທນໃຫ້ຮ້ອຍເອກພິເສດ ຫງວຽນແອັງຕວ໊ນ ສິ້ນສຸດອາຍຸການ.
ກ່າວຄຳເຫັນທີ່ການມອບໝາຍໜ້າທີ່, ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮຽກຮ້ອງໃຫ້ທ່ານພັນໂທ ຫງວຽນຮວ່າງລອງ ເອົາໃຈໃສ່ໃນການຮັກສາສຸຂະພາບ ແລະຮັບປະກັນຄວາມປອດໄພຢ່າງເດັດຂາດໃນຕະຫຼອດອາຍຸການປະຕິບັດງານ ໃນສະພາບການຄວາມໝັ້ນຄົງຢູ່ຄະນະປະຕິບັດງານ MINUSCA ຫວ່າງມໍ່ໆມານີ້ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ຊາບຊຶມ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດ ແລະລະບຽບວິໄນຂອງກອງທັບ ກໍ່ຄືຂໍ້ກຳນົດຂອງ ສປຊ, ຂອງຄະນະປະຕິບັດງານ ແລະກົດໝາຍຂອງປະເທດປະຈຳຖິ່ນ.
    |
 |
|
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ແລະຜູ້ແທນເຂົ້າຮ່ວມພິທີຖ່າຍຮູບລວມ. ພາບ: qdnd.vn |
ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຮຽກຮ້ອງໃຫ້ທ່ານພັນໂທ ຫງວຽນຮວ່າງລອງ ກໍ່ຄືນາຍທະຫານຫວຽດນາມ ເຂົ້າຮ່ວມພາລະກຳຮັກສາສັນຕິພາບເວົ້າລວມ, ແກ້ໄຂຄວາມຫຍຸ້ງຍາກ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນຕະຫຼອດວິວັດການປະຕິບັດໜ້າທີ່ສາກົນ. ທ່ານພົນໂທ ຫງວຽນເຈື່ອງຖັ໊ງ ເຊື່ອໝັ້ນວ່າ ດ້ວຍວຽກງານກະກຽມໄດ້ດໍາເນີນຢ່າງລະມັດລະວັງ, ທ່ານພັນໂທ ຫງວຽນຮວ່າງລອງ ຈະກຳແໜ້ນວຽກງານໃໝ່ໃນບໍລິເວນຢ່າງວ່ອງໄວ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.
ໂດຍ: ເຈິ່ນຮວ່ຽນ