ເລື່ອງ Viettel Telecom ໄດ້ຮັບການສະເໜີລາງວັນ Tech4Good ແມ່ນການຮັບຮູ້ຂອງສາກົນຕໍ່ກັບຄວາມມານະພະຍາຍາມນໍາໜ້າຂອງວິສາຫະກິດໃນການຮັບປະກັນໃຫ້ປະຊາຊົນແຕ່ລະຄົນລ້ວນແຕ່ເຂົ້າເຖິງການເຊື່ອມຕໍ່ມືຖືທີ່ທັນສະໄໝ ແລະການບໍລິການດີຈີຕອນທີ່ຈຳເປັນ, ພິເສດແມ່ນບັນດາກຸ່ມທີ່ດ້ອຍໂອກາດຢູ່ເຂດຊົນນະບົດ, ເຂດພູດອຍ, ເຂດຊາຍແດນ, ທະເລໝູ່ເກາະ.

ເປັນຄັ້ງທຳອິດຢູ່ຫວຽດນາມ, Viettel ປະຕິບັດຍຸດທະສາດ “3 ໃນ 1” ລວມມີການຫັນປ່ຽນຈາກ 2G ຂຶ້ນເປັນ 4G, ຍົກລະດັບການໂທ VoLTE ແລະເຜີຍແຜ່ການບໍລິການ 5G ໄປພ້ອມກັນ. ທາງວິສາຫະກິດໄດ້ເປັນເຈົ້າການກໍານົດເບີໂທລະສັບມືຖືທີ່ນໍາໃຊ້ການບໍລິການ 2G ຕ້ອງໄດ້ຮັບການໜູນຊ່ວຍ, ຜັນຂະຫຍາຍຮູບແບບ “ໄປທຸກຮ່ວມ, ເຄາະປະຕູທຸກເຮືອນ” ເພື່ອແນະນໍາປະຊາຊົນຢູ່ໃນບ້ານຕ່າງໆ, ຕາແສງຫ່າງໄກສອກຫຼີກເຂົ້າເຖິງເຕັກໂນໂລຢີໃໝ່.

leftcenterrightdel
Viettel ຊຸກຍູ້ການເຜີຍແຜ່ 5G ເມື່ອປະຕິບັດສຳເລັດການຕິດຕັ້ງສະຖານີສົ່ງສັນຍານໃໝ່ 22.000 ແຫ່ງ ໃນປີ 2025, ລື່ນກາຍແຜນການທີ່ໄດ້ໃຫ້ຄໍາໝັ້ນສັນຍາ ກັບລັດຖະບານ. ພາບ: qdnd.vn

Viettel Telecom ພວມຢັ້ງຢືນບົດບາດ “ວິສາຫະກິດເຕັກໂນໂລຢີເພື່ອປະຊາຄົມ” ເທື່ອລະກ້າວໂດຍຖືເອົາປະຊາຊົນເປັນໃຈກາງຂອງການຫັນເປັນດີຈີຕອນ. ເລື່ອງໄດ້ຮັບການສະເໜີລາງວັນ GLOMO ບໍ່ພຽງແຕ່ເປັນຂີດໝາຍສຳຄັນໃນການເດີນທາງເຊື່ອມໂຍງເຂົ້າກັບສາກົນຂອງ Viettel ເທົ່ານັ້ນ, ຫາກຍັງເປັນພະຍານຫຼັກຖານໃຫ້ແກ່ຄໍາໝັ້ນສັນຍາສັງຄົມອັນຍາວນານຂອງວິສາຫະກິດຢູ່ ຫວຽດນາມ, ໄດ້ຮັບການຮັບຮູ້ຈາກປະຊາຄົມມືຖືສາກົນ.

ພິທີມອບລາງວັນ GLOMO Awards ຄາດວ່າ ຈະຈັດຂຶ້ນໃນວັນທີ 4 ມີນາ 2026, ໃນຂອບເຂດຂອງກອງປະຊຸມ Mobile World Congress ທີ່ຈັດຂຶ້ນຢູ່ Barcelona, ປະເທດແອັດສະປາຍ.

ໂດຍ: ທູຈາງ