ນັ້ນແມ່ນການແບ່ງປັນຂອງທ່ານ ຫງວຽນວັນແທ່ງ (ຫຼານຊາຍຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຫງວຽນວັນຈ່ວຽນ), ຢູ່ເມືອງລູກນາມ, ແຂວງບັກຢາງ.

ສໍາເນົາເອກະສານກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ ໂດຍຄອບຄົວຂອງທ່ານ ຫງວຽນວັນແທ່ງ ສົ່ງມາໄດ້ຂຽນຢ່າງຈະແຈ້ງວ່າ: ສະຫາຍ ຫງວຽນວັນຈ່ວຽນ ເກີດປີ 1964; ທີ່ເກີດ: ຕາແສງອຽນເຊີນ, ເມືອງລູກນາມ, ແຂວງຮ່າບັກ (ປະຈຸບັນແມ່ນແຂວງບັກຢາງ); ໄດ້ເຂົ້າເປັນທະຫານໃນເດືອນມີນາ 1983; ກົມກອງ: ກອງພັນ 31, ກອງເສນາທິການທະຫານເຂດ 4; ເສຍສະຫຼະຊີວິດ ໃນວັນທີ 30 ເມສາ 1985 ຢູ່ສະໜາມຮົບເຂດຕາເວັນຕົກສ່ຽງໃຕ້ ຂອງປະເທດລາວ; ໃນເບື້ອງຕົ້ນ, ສົບຂອງເພີ່ນໄດ້ຝັງໄວ້ຕາມໃບຢັ້ງຢືນການເສຍຊີວິດ: ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດຂອງປະເທດເພື່ອນລາວ.

ແລກປ່ຽນກັບພວກຂ້າພະເຈົ້າ, ທ່ານ ແທ່ງ  ໃຫ້ຮູ້ວ່າ: “ໃນຫຼາຍປີຜ່ານມາ, ຄອບຄົວໄດ້ສົ່ງສໍາເນົາເອກະສານເຖິງຫຼາຍອົງການທີ່ກ່ຽວຂ້ອງ; ໄດ້ຊອກຫາຂໍ້ມູນຈາກເພື່ອນຮ່ວມກອງເກົ່າ, ຄະນະຕິດຕໍ່ສື່ສານນັກຮົບເກົ່າຂອງບັນດາກົມກອງ, ແຕ່ມາຮອດປະຈຸບັນຍັງບໍ່ທັນໄດ້ຮັບຜົນເທື່ອ.”

ຈາກຂໍ້ມູນດັ່ງກ່າວ, ບັນດາອົງການ, ກົມກອງ, ນັກຮົບເກົ່າແລະປະຊາຊົນໃນທົ່ວປະເທດ, ຖ້າຮູ້ຈັກກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ  ຫງວຽນວັນຈ່ວຽນ, ຂໍແຈ້ງໃຫ້ທ່ານ ຫງວຽນວັນແທ່ງ ໄດ້ຮັບຊາບ, ທີ່ຢູ່: ບ້ານຈ໊ານລ່າງ, ຕາແສງອຽນເຊີນ, ເມືອງລູກນາມ, ແຂວງບັກຢາງ; ເບີໂທລະສັບ: 0388.680.628 ຫຼືຜ່ານລາຍການ "ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ".

ລາຍການ "ຂໍ້ມູນກ່ຽວກັບຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ" - ໜັງສືພິມກອງທັບປະຊາຊົນ, ເລກທີ 7 ຟານດິ່ງຟຸ່ງ, ຮ່າໂນ້ຍ; ເບີໂທລະສັບ: 069.554119; ອີເມວ: congtacdang@qdnd.vn.

ໂດຍ: ທະນາພອນ