ລະດູແລ້ງປີ 2021-2022, ວຽກງານສໍາຫຼວດ, ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງຄໍາມ່ວນ ແມ່ນປະສົບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນສະພາບດິນຟ້າອາກາດຮ້າຍແຮງ, ບໍລິເວນເຄື່ອນໄຫວຂອງກອງທ້ອນໂຮມສ່ວນຫຼາຍແມ່ນບ່ອນບຸກຕີທໍາລາຍຈຸດສຸມໃນເມື່ອກ່ອນຂອງສັດຕູ, ຈໍານວນລູກລະເບີດ, ໝາກມິ່ນບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມຍັງມີຫຼາຍ, ຄວາມສ່ຽງດ້ານຄວາມປອດໄພໃນການຊອກຫາ, ທ້ອນໂຮມແມ່ນສູງ.

leftcenterrightdel
ກອງທ້ອນໂຮມ 589 ກອງບັນຊາການທະຫານແຂວງກວ໋າງບິ່ງ ຊອກຫາອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ບໍລິເວນບ້ານນາຄອມທົ່ງ, ເມືອງເຊບັ້ງໄຟ, ແຂວງຄໍາມ່ວນ. ພາບ: ເລຖັ໊ງ.

ໂດຍໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ, ນໍາພາ, ສ້າງເງື່ອນໄຂຂອງກອງບັນຊາການທະຫານເຂດ, ຄະນະຊີ້ນໍາ 515 ຂອງທະຫານເຂດ, ຄະນະຊີ້ນໍາ 515 ຂອງແຂວງກວ໋າງບິ່ງ; ຄະນະພັກ, ອໍານາດການປົກຄອງທຸກຂັ້ນ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງຄໍາມ່ວນ, ພະນັກງານ, ພາລະກອນກອງທ້ອນໂຮມ 589 ໄດ້ແກ້ໄຂຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ໄດ້ຮັບມອບໝາຍ. ມາຮອດປັດຈຸບັນ, ກອງທ້ອນໂຮມ 589 ຊອກຫາ, ທ້ອນໂຮມໄດ້ 17 ອັດຖິ ຢູ່ແຂວງຄໍາມ່ວນ, ລື່ນກາຍຄາດໝາຍທີ່ວາງອອກ.

ໂດຍ: ໄຊຊະນະ