ຕາມນັ້ນແລ້ວ, ຮອດວັນທີ 18 ມີນາ, ກອງທ້ອນໂຮມ ກອງບັນຊາການທະຫານແຂວງເງະອານ ໄດ້ທ້ອນໂຮມ ແລະຊອກຫາອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ໄດ້ 96 ຊຸດ, ລື່ນກາຍຄາດໝາຍທີ່ກົມກອງໄດ້ວາງອອກ. ປະຈຸບັນ, ບັນດາອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ຖືກສົ່ງມາເສັ່ນໄຫວ້ບູຊາທີ່ອານຸສອນສະຖານປະທານ ໂຮ່ຈີມິນ.

leftcenterrightdel
ພະນັກງານ, ພາລະກອນກອງທ້ອນໂຮມດໍາເນີນການຊອກຫາ ແລະທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ທີ່ແຂວງຊຽງຂວາງ. ພາບ: ຈ້ອງກຽນ.

ຕີລາຄາວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ, ທ່ານພັນເອກພິເສດ ຟ້າມວັນດົງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ພະນັກງານ, ພາລະກອນກອງທ້ອນໂຮມສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດຕາມຂໍ້ກໍານົດຂອງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງເຂັ້ມງວດ, ໃນວິວັດການຊອກຫາຕ້ອງສ້າງສຳເນົານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃຫ້ຮຽບຮ້ອຍ, ຖືກຕາມຂັ້ນຕອນ, ພ້ອມທັງປະຕິບັດວຽກງານຂົນຂວາຍປະຊາຊົນ, ການພົວພັນຕ່າງປະເທດດ້ານການທະຫານ ແລະວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຮັບປະກັນຄວາມປອດໄພທຸກດ້ານໃຫ້ກອງທ້ອນໂຮມໃນວິວັດການປະຕິບັດໜ້າທີ່.

ໂດຍ: ຈາງຫງວຽນ