leftcenterrightdel
ກອງ 584 ສືບຕໍ່ເປີດກວ້າງການຊອກຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດ ຢູ່ເມືອງຫວິ້ງລິງ. ພາບ: baotainguyenmoitruong.vn

ຢູ່ພາຍໃນປະເທດ, ເມື່ອໄດ້ຮັບຂ່າວຈາກປະຊາຊົນຢູ່ບ້ານນາມເຊີນ, ຕາແສງຫວິ້ງເຊີນ, ເມືອງຫວິ້ງລິງ (ກວາງຈິ້), ກອງ 584 ໄດ້ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອດຳເນີນການສຳຫຼວດ, ຊອກຄົ້ນ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດໄດ້ 6 ອັດຖິ. ອັດຖິລ້ວນແຕ່ຝັງເລິກຢູ່ໃຕ້ດິນແຕ່ 1 ແມັດຫາ 1,5 ແມັດ, ມີກະດູກ, ແຂ້ວ ແລະວັດຖຸສິ່ງຂອງຜູ້ກ່ຽວຈຳນວນໜຶ່ງ. ບັນດາອັດຖິເຫຼົ່ານັ້ນ ໄດ້ນຳໄປໄວ້ຢູ່ຫໍລະລຶກນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ຕາແສງຫວິ້ງເຊີນ ເພື່ອຈູດທູບທຽນໄວ້ອາໄລ. ໃນຂະນະດຽວກັນ, ຢູ່ແຂວງສະຫວັນນະເຂດ (ລາວ) ກອງ 584 ໄດ້ຊອກຄົ້ນ ແລະ ທ້ອນໂຮມໄດ້ 1 ອັດຖິນັກຮົບເສຍສະຫຼະຊີວິດ ເພື່ອຊາດຢູ່ເມືອງອາດສະພອນ. ອັດຖິຍັງເຫຼືອແຂ້ວ, ກະດູກເປັນຈໍານວນຫຼາຍ, ແລະວັດຖຸສິ່ງຂອງຜູ້ກ່ຽວຈຳນວນໜຶ່ງ ຄື: ເກີບ, ກະດຸມ, ຫົວສາຍແອວ...

ໂດຍ: ທະນາພອນ