ໃນການຊອກຫາຄັ້ງນີ້, ພະນັກງານ, ນັກຮົບຂອງ 4 ໜ່ວຍງານສະເພາະກິດດັ່ງກ່າວ ຈະຜັນຂະຫຍາຍວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນບໍລິເວນຂອງກໍາປູເຈຍ ທີ່ຢູ່ຕາມແຂວງ: Siem Riep, Banteay Meanchey, Oddar Meanchey, Kampong Thom, Kampong Cham, Kratie, Svay Rieng, Battambang, Pailin. ຄາດຄະເນວ່າ, ບົນພື້ນຖານຂໍ້ມູນທີ່ມີຢູ່ແລ້ວ ຈະຊອກຫາ, ທ້ອນໂຮມແລະສົ່ງກັບຄືນປະເທດປະມານ 640 ອັດຖິ.

leftcenterrightdel
ການຊອກຫາ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດ. ພາບ: ສໍານັກຂ່າວສານຫວຽດນາມ.

ໂດຍຮັບຮູ້ວ່າພາຍຫຼັງການຈັດພິທີສົ່ງໜ່ວຍງານສະເພາະກິດໄປປະຕິບັດໜ້າທີ່ໄດ້ກວ່າ 20 ປີມານີ້, ໜ່ວຍງານສະເພາະກິດໄປຊອກຫາ, ທ້ອນໂຮມອັດຖິຂອງທະຫານເຂດ 7 ສາມາດຊອກເຫັນ, ທ້ອນໂຮມ, ສົ່ງກັບຄືນປະເທດ ໄດ້ 9.942 ອັດຖິ.

ໂດຍ: ທູຈາງ