ເຂົ້າຮ່ວມພິທີມີຜູ້ຕາງໜ້າການນໍາ: ຄະນະຊີ້ນໍາລະດັບຊາດ 515, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມ, ກອງບັນຊາການທະຫານເຂດ 2, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ພ້ອມດ້ວຍພໍ່ແມ່ປະຊາຊົນໃນບໍລິເວນເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ປະຕິບັດພິທີມອບ-ຮັບອັດຖິ. ພາບ: qdnd.vn
leftcenterrightdel
ຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະບັນດາອົງການກົມກອງຮັບ ແລະສົ່ງອັດຖິເຂົ້າສຸສານ. ພາບ: qdnd.vn

ທັງໝົດ 6 ອັດຖິທີ່ໄດ້ຈັດພິທີໄວ້ອາໄລ, ປົງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ ໃນຄັ້ງນີ້ ແມ່ນຍັງບໍ່ທັນກຳນົດໄດ້ຊື່ ແລະນາມສະກຸນ. ນີ້ແມ່ນ 6 ໃນ 12 ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ທີ່ກອງທ້ອນໂຮມອັດຖິທະຫານເຂດ 2 ຊອກຄົ້ນເຫັນຢູ່ແຂວງອຸດົມໄຊ ໃນລະດູແລ້ງປີ 2021-2022 ແລະໄດ້ມອບໃຫ້ແຂວງດ້ຽນບຽນ ຕາມພິທີການຂອງກອງທັບ.

leftcenterrightdel
ປະຕິບັດພິທີປົງອັດຖິ. ພາບ: qdnd.vn

ໃນວັນດຽວກັນ, ກອງທ້ອນໂຮມອັດຖິທະຫານເຂດ 2 ກໍໄດ້ມອບ 6 ອັດຖິທີ່ກຳນົດໄດ້ຊື່ ແລະນາມສະກຸນ ໃຫ້ແກ່ບັນດາທ້ອງຖິ່ນ ເພື່ອຈັດການໄວ້ອາໄລ ແລະປົງອັດຖິຕາມພິທີການ.

leftcenterrightdel
ປະຕິບັດພິທີປົງອັດຖິ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຢ່າງທິຮວາ, ຮອງປະທານສະພາປະຊາຊົນແຂວງດ້ຽນບຽນ ເນັ້ນໜັກວ່າ ນໍ້າໃຈສາມັກຄີ, ການສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງຊາດ ຫວຽດນາມ - ລາວ ຜ່ານຫຼາຍທົດສະວັດ, ພິເສດແມ່ນໃນການຕໍ່ສູ້ປະຕິວັດ ຕ້ານສັດຕູໂຕດຽວກັນ. ການອຸທິດຊີວິດ, ການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກຫວຽດນາມ ໃນຊຸມປີເດືອນຕໍ່ສູ້ຢູ່ດິນແດນປະເທດລາວ ໄດ້ກາຍເປັນສັນຍາລັກທີ່ສະຫວ່າງສະໄຫວໃຫ້ແກ່ລັດທິວິລະຊົນປະຕິວັດ ແລະຄວາມຄາດຫວັງຍາດເອົາເອກະລາດແຫ່ງຊາດ, ເສລີພາບ ແລະຄວາມຜາສຸກ.

leftcenterrightdel
ຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະບັນດາອົງການກົມກອງ ຖະຫວາຍທູບທຽນໄວ້ອາໄລບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn

ຕໍ່ໜ້າດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງດ້ຽນບຽນ ໃຫ້ຄໍາໝັ້ນສັນຍາວ່າຈະສາມັກຄີເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ, ກໍ່ສ້າງແຂວງດ້ຽນບຽນ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປົກປັກຮັກສາຊາຍແດນຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ. ປະຕິບັດນະໂຍບາຍກອງທັບ, ແນວຫຼັງກອງທັບ, ຂະບວນການ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນໍ້າ”, “ຕອບບຸນແທນຄຸນ” ໃຫ້ເປັນຢ່າງດີເພື່ອໃຫ້ສົມກັບມູນເຊື້ອ ດ້ຽນບຽນຝູ ວິລະຊົນ.

ໂດຍ: ໄຊຊະນະ