ທ່ານພົນຕີ ຖ໊າຍດ້າຍງອັກ,  ກຳມະການສູນກາງພັກ, ຫົວໜ້າກອງບັນຊາການທະຫານເຂດ 5; ທ່ານ ເຢືອງວັນຈາງ, ກຳມະການສູນກາງພັກ, ເລຂາພັກແຂວງກອນຕູມ ແລະຄະນະຜູ້ແທນທະຫານເຂດ 5, ແຂວງກອນຕູມ; ຜູ້ຕາງໜ້າບັນດາອົງການ, ກົມກອງ ແລະປະຊາຊົນທ້ອງຖິ່ນໄດ້ຖະຫວາຍທູບທຽນ ແລະດອກໄມ້ອາໄລຫາ ແລະສະແດງຄວາມຮູ້ບຸນຄຸນຕໍ່ບັນດາວິລະຊົນ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ພິທີໄວ້ອາໄລ ແລະປົງ  9 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ. ພາບ: ກວາງຮຸ່ງ.

ພາຍຫຼັງປະຕິບັດໜ້າທີ່ຊອກຫາ ແລະທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເປັນເວລາ 5 ເດືອນກວ່າໃນເງື່ອນໄຂປ້ອງກັນ, ຕ້ານພະຍາດໂຄວິດ-19, ພະນັກງານ, ນັກຮົບກອງ K53 ໄດ້ສົມທົບກັບທ້ອງຖິ່ນ ແລະກົມກອງຂອງປະເທດເພື່ອນມິດທ້ອນໂຮມໄດ້ 9 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ  (ໃນນັ້ນຢູ່ແຂວງຈຳປາສັກ:  1 ອັດຖິ; ແຂວງເຊກອງ: 6 ອັດຖິ; ແຂວງອັດຕະປື:  2 ອັດຖິ). ໃນນັ້ນ 2 ອັດຖິ ແມ່ນໄດ້ລະບຸຊື່ແມ່ນ: ສະຫາຍ ຮວ່າງກົງຟອງ, ເສຍຊີວິດໃນວັນທີ 30 ມັງກອນ 1967, ບ້ານເກີດຢູ່ຕາແສງກົ້ງຮວ່າ, ເມືອງກວ໊ກອວາຍ, ແຂວງຮ່າໄຕ (ປະຈຸບັນແມ່ນ ນະຄອນຮ່າໂນ້ຍ) ແລະສະຫາຍ ຫງວຽນກວາງຕ້າວ, ເສຍຊີວິດໃນວັນທີ 30 ມີນາ 1967, ບ້ານເກີດຢູ່ທ່ວນມີ, ເບິດບ້າດ, ຮ່າໄຕ.

ໂດຍ: ທະນາພອນ