leftcenterrightdel
ຜູ້ແທນໄຕ້ທູບທຽນອາໄລຫາ. ພາບ: ຊວນຢ້ຽນ.

ໃນລະດູແລ້ງ 2020-2021, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584 ສັງກັດກອງບັນຊາການທະຫານແຂວງກວ໋າງຈິ ໄດ້ໄປສໍາຫຼວດ, ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິນັກຮົບຢູ່ບໍລິເວນແຂວງສະຫວັນນະເຂດ (ລາວ) ໄດ້ 24 ອັດຖິ ເຊິ່ງແມ່ນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົມຄາມຢູ່ລາວ. ໃນນັ້ນ, 1 ອັດຖິແມ່ນຮູ້ຊື່ ແລະນາມສະກຸນ ນັ້ນແມ່ນ: ຫງວຽນຮືວດ້າວ; ບ້ານເກີດຢູ່ຕາແສງເຕິນເຍິນ, ເມືອງເກວ໊ຫວໍ, ແຂວງຮ່າບັ໊ກ (ປະຈຸບັນແມ່ນຕາແສງ ອຽນຢາ, ເມືອງເກວ໊ຫວໍ, ແຂວງບັ໊ກນິງ). ອັດຖິດັ່ງກ່າວໄດ້ຮັບການສົ່ງກັບເພື່ອດໍາເນີນພິທີໄວ້ອາໄລ ແລະປົງສົບຢູ່ສຸສານຕາແສງ ອຽນຢາ (ເກວ໊ຫວໍ, ບັ໊ກນິງ) ຕາມຄວາມປາດຖະໜາຂອງຄອບຄົວ. ສ່ວນ 23 ອັດຖິທີ່ຍັງເຫຼືອໄດ້ປົງສົບຢູ່ສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດທາງເລກ 9.

ໂດຍ: ເກື່ອງດັ້ງ