ໃນລະດູແລ້ງ 2020-2021, ເຖິງວ່າຖືກຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ພະນັກງານ, ນັກຮົບກອງ 192 ສັງກັດກອງບັນຊາການທະຫານແຂວງເທື່ອທຽນ-ເຫວ້ ຈໍານວນ 30 ຄົນໄດ້ແກ້ໄຂຄວາມຫຍຸ້ງຍາກ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າ ເພື່ອຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈໍານວນ 14 ອັດຖິກັບຄືນປະເທດ. ໃນນັ້ນ, ມີ 9 ອັດຖິທີ່ຄົ້ນຫາ ແລະທ້ອນໂຮມໄດ້ຢູ່ແຂວງສາລະວັນ ແລະອີກ 5 ອັດຖິ ແມ່ນຄົ້ນຫາ ແລະທ້ອນໂຮມໄດ້ຢູ່ແຂວງເຊກອງ.

leftcenterrightdel
ພະນັກງານ, ນັກຮົບກອງ 192 ຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດໄປຍັງສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້. ພາບ: ສໍານັກຂ່າວສານຫວຽດນາມ.

ການຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດແມ່ນແຜນນະໂຍບາຍອັນໃຫຍ່ຫຼວງຂອງພັກ ແລະລັດຫວຽດນາມ, ທັງຕອບສະໜອງຄວາມມຸ່ງມາດປາດຖະໜາ, ອາລົມຈິດອັນໃຫຍ່ຫຼວງຂອງແຕ່ລະຄອບຄົວຍາດຕິພີ່ນ້ອງ ແລະປະຊາຊົນທົ່ວປະເທດ, ພ້ອມທັງສະແດງໃຫ້ເຫັນຄວາມຮູ້ບຸນຄຸນທີ່ມີຕໍ່ບັນດານັກວິລະຊົນຜູ້ທີ່ໄດ້ຕໍ່ສູ້ ແລະເສຍສະຫຼະຊີວິດ ເພື່ອສ້າງສາ ແລະປົກປັກຮັກສາປະເທດຊາດ ແລະປະຕິບັດໜ້າທີ່ສາກົນອັນສູງສົ່ງ.

leftcenterrightdel
ກອງບັນຊາການທະຫານແຂວງຮັບເອົາອັດຖິນັກຮົບທີ່ເສຍສະຫຼະຊີວິດໄປຍັງສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດນະຄອນເຫວ້. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຊຸມປີຜ່ານມາ, ພະນັກງານ, ນັກຮົບກອງ 192 ເຄີຍໄປຜ່ານບ້ານຫຼາຍກວ່າ 800 ແຫ່ງທີ່ຢູ່ຫ່າງໄກສອກຫຼີກໃນແຂວງສາລະວັນ ແລະແຂວງເຊກອງ; ຊອກຫາຢູ່ຫຼາຍພັນແຫ່ງ ແລະໄດ້ຂຸດຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດໄດ້ຫຼາຍກວ່າ 800 ອັດຖິກັບຄືນປະເທດ...

ໂດຍ: ທະນາພອນ