ເຂົ້າຮ່ວມພິທີມີທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງເງະອານ; ທ່ານພັນເອກພິເສດ ຫງວຽນງອັກຮ່າ, ຫົວໜ້າກອງບັນຊາການທະຫານແຂວງເງະອານ. ຝ່າຍປະເທດເພື່ອນລາວມີທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງໆຊຽງຂວາງ; ທ່ານພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ.

leftcenterrightdel
ລົດຂົນສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ຈຳນວນ 95 ອັດຖິ ກັບຄືນປະເທດໂດຍຜ່ານດ່ານສາກົນນ້ຳກັ໊ນ (ກີ່ເຊີນ, ເງະອານ). ພາບ: ສຳນັກຂ່າວສານຫວຽດນາມ.

ໃນລະດູແລ້ງ 2020-2021, ດ້ວຍຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ກອງທ້ອນໂຮມອັດຖິກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການຊອກຫາ, ຂຸດຄົ້ນໄດ້ 95 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນຂະນະທີ່ປະຕິບັດພັນທະສາກົນຢູ່ປະເທດລາວ.

leftcenterrightdel
ຜູ້ຕາງໜ້າຄະນະປະຕິບັດງານພິເສດຂອງແຂວງເງະອານ ແລະແຂວງຊຽງຂວາງ ທີ່ພິທີມອບ-ຮັບອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ພາບ: ສຳນັກຂ່າວສານຫວຽດນາມ.

ທີ່ພິທີມອບ-ຮັບ, ຄະນະປະຕິບັດງານ 2 ແຂວງ, 2 ປະເທດໄດ້ສະແດງຄວາມຮູ້ບຸນຄຸນ, ສະແດງຄວາມເຄົາລົບຕໍ່ດວງວິນຍານບັນດາທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ພວກອ້າຍແມ່ນລູກຜູ້ປະເສີດຂອງຊາດຫວຽດນາມ ໄດ້ຕໍ່ສູ້ເພື່ອພາລະກິດປົດປ່ອຍຊາດ, ເພື່ອສັນຕິພາບ ແລະນໍ້າໃຈໄມຕີຈິດມິດຕະພາບສາກົນທີ່ສູງສົ່ງ.

ໂດຍ: ແສງເດືອນ