ເຂົ້າຮ່ວມພິທີມີທ່ານພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ; ທ່ານພັນເອກ ຮ່າດຶ໊ກຮຸ່ງ ຫົວໜ້າກອງທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມແຂວງຮ່າຕິ໋ງ ພ້ອມກັບພະນັກງານ, ນັກຮົບ ແລະຜູ້ຕາງໜ້າບັນດາຝ່າຍທີ່ກ່ຽວຂ້ອງຂອງລາວ ເປັນຈຳນວນຫຼວງຫຼາຍ.

leftcenterrightdel
ຜູ້ຕາງໜ້າອົງການການທະຫານແຂວງຮ່າຕິ໋ງ ແລະນະຄອນຫຼວງວຽງຈັນ ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ. ພາບ: vov.vn.

ແຕ່ປີ 2000 ຮອດປີ 2020, ຄະນະປະຕິບັດງານພິເສດແຂວງຮ່າຕິ໋ງ ໄດ້ສົມທົບກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈັດຕັ້ງການຊອກຫາ, ຂຸດເອົາ ແລະທ້ອນໂຮມໄດ້ 124 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ. ສະເພາະການທ້ອນໂຮມອັດຖິລະດູແລ້ງປີ 2020-2021 ນີ້, ກອງໄດ້ຊອກຫາ, ຂຸດເອົາ ແລະຈັດສົ່ງ 3 ອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດ.

ໂດຍ: ເຈິ່ນຮວ່ຽນ