ຕາມຂໍ້ມູນຈາກກອງ K53, ກອງບັນຊາການທະຫານແຂວງກອນຕູມ, ວັນທີ 22 ມີນາ, ກອງ K53 ໄດ້ດໍາເນີນການສໍາຫຼວດ, ຊອກຫາ ແລະຂຸດຄົ້ນໄດ້ໜຶ່ງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເມືອງພູວົງ, ແຂວງອັດຕະປື (ລາວ).

leftcenterrightdel
ຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ມີແຜ່ນສີລາດ້ວຍອາລູມີນຽມ. ພາບ: hanoimoi.com.vn.

ຢູ່ຂຸມຝັງສົບໄດ້ມີແຜ່ນສີລາດ້ວຍອາລູມີນຽມ ມີຂໍ້ມູນຂຽນວ່າ: Ng. Quang Tạo ເສຍຊີວິດ: 30. 3. 67; ທີ່ເກີດ: ທ່ວຽນມີ້, ເບິດບາດ, ຮ່າເຕິຍ (ປະຈຸບັນແມ່ນ ເມືອງ ບາວີ່, ຮ່າໂນ້ຍ).

ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ຫໍ່ໃນຜ້າຈ້ອງ, ຂຸມເລິກ 1ແມັດ. ເມື່ອຂຸດຂຶ້ນມາ, ນອກຈາກເຄື່ອງຂອງນັກຮົບແລ້ວ, ສະມາຊິກກອງ K53 ຍັງພົບເຫັນເສດລະເບີດທີ່ຕິດຢູ່ເອິກເບື້ອງຂວາຂອງນັກຮົບເສຍສະຫຼະຊີວິດ ເພື່ອຊາດ.

ຕາມຂໍ້ມູນຈາກກອງ K53, ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ພົບເຫັນແມ່ນຢູ່ໃກ້ກັບເສັ້ງທາງໂຮ່ຈີມິນ (ໃນປາງສົງຄາມ) ຕອນຢູ່ປະເທດລາວເຊິ່ງຕິດກັບຊາຍແດນກໍາປູເຈຍ. ປະຈຸບັນອັດຖິໄດ້ສົ່ງໄປໄວ້ອາໄລຢູ່ກົມກອງ.

ຍາດຕິພີ່ນ້ອງຂອງນັກຮົບເສຍສະຫຼະຊີວິດທີ່ກ່າວມາຂ້າງເທິງ ຫຼື ແມ່ນໃຜຮູ້ຈັກຂໍໃຫ້ຕິດຕໍ່ມາຍັງກອງບັນຊາການທະຫານແຂວງກອນຕູມ, ເຮືອນເລກທີ 702, ຖະໜົນ ຟານດີ່ງຝຸ່ງ, ນະຄອນ ກອນຕູມ.

ໂດຍ: ກວຽດເຕີມ